Breaking News

ແຟນຄລັບລຸ້ນໜັກ! ຊີ່ຣີ່ລາວສຸດຮິດເລື່ອງ “ຮັກນີ້ສີບົວ ພາກ2” ຕອນຈົບຈະເປັນແນວໃດ??? 

ແບ່ງປັນ

ມື້ນີ້ມາແບບພິ້ງໆ ອອກແນວສີບົວໆແດ່ຈັກໜ້ອຍ ຫັ້ນແນ່…ເວົ້າແບບນີ້ພໍເດົາໆອອກກັນແດ່ບໍ່? ເປັນຫຍັງໄປບໍ່ໄດ້ເລີຍນອກຈາກຊີ່ຣີ່ລາວສຸດຮິດເລື່ອງ “ຮັກນີ້ສີບົວ ພາກ2”  ແລະ ເມື່ອບໍ່ດົນມານີ້ນ້ອງໆທີມນັກສະແດງຈາກຊີ່ຣີ່ຮັກນີ້ສີບົວກໍໄດ້ມາຢ້ຽມຢາມ ມາແຈກຄວາມໜ້າຮັກ-ສົດໃສ ຜ່ານ Kuanjai Magazine ສົ່ງຕໍ່ໃຫ້ແຟນໆ ພ້ອມມາສົ່ງຄຳຫວານ…ໜ້າຮັກໆຝາກໃຫ້ແຟນໆຕິດຕາມ ຊີ່ຣີ່ “ຮັກນີ້ສີບົວ2”  ທີ່ຈະອອກອາກາດໃນວັນທີ 22 ມັງກອນ 2019 ເຊິ່ງເປັນຕອນຈົບແລ້ວເດີ້… (ຢ່າລືມຕິດຕາມ)

ໂອ້ຍ!!! ເຫັນໜ້ານ້ອງໆທີມນັກສະແດງແລ້ວ ອິນໄປຕາມໆກັນເບິ່ງແລ້ວເຄມີເຂົ້າກັນສຸດໆ, ເອົາເປັນວ່າຢ່າລືມເປັນກຳລັງໃຈໃຫ້ນ້ອງໆຈາກ ຊີ່ຣີ່ລາວສຸດຮິດເລື່ອງ “ຮັກນີ້ສີບົວ 2”  ກັນຫຼາຍໆເລີຍເດີ້…

ຫຼື ສາມາດຕິດຕາມຜົນງານນ້ອງໆໄດ້ທີ່ FB/M’Max Phengsavanh ,Ta’Phaeng Saysetha ພ້ອມດ້ວຍ Jo Ker Philavong

ຂໍ້ມູນຈາກ: Tara Academy Agency Laos

ແບ່ງປັນ