Breaking News

ບໍລິສັດ ລາວຟອດຊີຕີ ໃຈໃຫ່ຍໃຈດີແຈກ ຟອດ Ranger ເພື່ອຄືນກຳໄລໃຫ້ລູກຄ້າ (ຂໍສະແດງຄວາມຍິນດີ!)

ແບ່ງປັນ

ຂໍສະແດງຄວາມຍິນດີກັບຜູ້ໂຊກດີທີ່ໄດ້ຮັບລາງວັນ!!! ໃນວັນທີ 16 ມັງກອນ 2019 ບໍລິສັດ ລາວຟອດຊີຕີ ໄດ້ຈັດງານ ຈັບສະຫຼາກມອບໂຊກ ລົດ ຟອດ Ranger XL ຈຳນວນ 1 ຄັນ, ຟອດ Ecosport ຈຳນວນ 1 ແລະ ລາງວັນ ອື່ນໂປຣໂມຊັ່ນນີ້ແມ່ນເລີ່ມຕັ້ງແຕ່21/05/2018 ຈົນຮອດ 15/01/2019 ເພື່ອເປັນການຄືນກໍາໄລໃຫ້ກັບ ລູກຄ້າ ທີ່ໄວ້ວາງໃຈໃນລົດ ຟອດ, ເຊິ່ງເງື່ອນໄຂລຸ້ນໂຊກກໍ່ງ່າຍໆ ພຽງແຕ່ລູກຄ້າທ່ານໃດທີ່ຊື້ ຫຼື ຜ່ອນ ລົດ ຟອດ ທຸກລຸ້ນ ຕັ້ງແຕ່ຊ່ວງເດືອນ ພຶດສະພາ 2018 ຫາ ທີ 15 ມັງກອນ ປີ 2019 ກໍ່ຈະມີສິດລຸ້ນຮັບລາງວັນໃຫຍ່ ໂດຍຈະມີຄູປອງເພື່ອລຸ້ນຮັບໂຊກ.

  • ລາງວັນທີ 1 ຟອດ Ranger 1 ຄັນ
  • ລາງວັນທີ 2 ຟອດ Ecosport 1 ຄັນ
  • ລາງວັນທີ 3 ສາຍຄໍຄຳໜັກ 1ບາດ, ຈຳນວນ 5 ລາງວັນ
  • ລາງວັນທີ 4 iPhone 8 ຈຳນວນ 5 ລາງວັນ
  • ລາງວັນທີ 5 ບັດນໍ້າມັນລາຄາ 400,000ກີບ, ຈຳນວນ 30 ລາງວັນ

ພາຍໃນງານ ແມ່ນເຕັມໄປດ້ວຍບັນດາແຂກຜູ້ມີກຽດ ແລະ ສັກຂີພະຍານຜູ້ຊົງຄຸນວຸດທິທີ່ເປັນກຽດໃນການຈັບສະຫລາກໃນຄັ້ງນີ້ອີກດ້ວຍ ແລະ ລູກຄ້າຜູ້ໂຊກດີທີ່ໄດ້ຮັບລາງວັນ ໄດ້ແກ່:

  • ລາງວັນທີ 1 Mr. Vixathone NGONVORARATH

  • ລາງວັນທີ 2 ທ່ານ Ms. Viengkeo KEOMIXAY

ສາມາດເບິ່ງລາຍລະອຽດເພີ່ມຕື່ມໄດ້ທີ່ FB/Lao Ford City

ແບ່ງປັນ