Breaking News

“ຊຸດເຜົ່າມົ້ງມ່ວນຊື່ນ” ກ້າວຂຶ້ນສູ່ເວທີໂລກໃນເວທີ Miss Intercontinental ທີ່ປະເທດຟິລິປິນ!!! #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ເຊິ່ງກ່ອນໜ້ານີ້ກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວວ່າຊຸດປະຈຳຊາດລາວທີ່ ນ້ອງ ຢາດຟ້າ ຈະສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Intercontinental 2018 ກໍຄື“ຊຸດເຜົ່າມົ້ງມ່ວນຊື່ນ” ທີ່ຂໍບອກເລີຍວ່າເທື່ອນີ້ມາແປກໄປຈາກເວທີອື່ນໆກ່ອນໜ້າ ເອີ້ນໄດ້ວ່າເປັນຊຸດທີ່ງົດງາມອີກໜຶ່ງຊຸດ ມີເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ດີ…

ຫຼ້າສຸດ “ຊຸດເຜົ່າມົ້ງມ່ວນຊື່ນ” ເຊິ່ງເປັນຊຸດປະຈຳຊາດຂອງ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018  ກໍໄດ້ກ້າວຂຶ້ນສູ່ເວທີໂລກແລ້ວໃນວັນທີ 20 ມັງກອນ 2019 ທີ່ຜ່ານມາ ໃນຮອບແຂ່ງຂັນຊຸດປະຈຳຊາດ (Miss Intercontinental National Costume Competition) ທີ່ປະເທດ ຟິລິປິນ,ແຕ່ເຖິງແມ່ນວ່າ “ຊຸດເຜົ່າມົ້ງມ່ວນຊື່ນ” ເຊິ່ງເປັນຊຸດປະຈຳຊາດຂອງ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຈະບໍ່ສາມາດຄວ້າລາງວັນມາຝາກຄົນລາວໄດ້ສຳເລັດ ເຊິ່ງລາງວັນຊຸດປະຈຳຊາດດີເດັ່ນປີນີ້ໄດ້ແກ່ ຊຸດປະຈຳຊາດຈາກ ປະເທດ ເປຣູ (PERÚ) ,ແຕ່ກໍຖືວ່າສາວງາມຈາກປະເທດລາວເຮົາເຮັດໄດ້ດີ ແລະ ເປັນທີ່ພູມໃຈຂອງຄົນລາວເປັນທີ່ສຸດທີ່ເຫັນແມ່ຍິງລາວມີຄວາມສາມາດ ມີຄວາມກ້າສະແດງອອກໃນເວທີໂລກໄດ້ດີບໍ່ດ້ອຍໜ້າຕ່າງຊາດ.

ແຕ່ເຖິງຈະພາດລາງວັນ  “ຊຸດປະຈຳຊາດດີເດັ່ນ” ແຕ່ກໍບໍ່ເປັນຫຍັງເດີ້ ເພາະການແຂ່ງຂັນ Miss Intercontinental 2018  ຍັງບໍ່ສິ້ນສຸດ, ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ການປະກວດ Miss Intercontinental  ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້ແລ້ວ. #ຮັກລາວເຊຍລາວ ??????

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/FyFa Phommavongsay

ແບ່ງປັນ