ມີຜົນງານມາໃຫ້ແຟນໆຕິດຕາມກັນອີກແລ້ວ ສຳລັບ ລູກນໍ້າ ທິດາລັກ ວົງສິລິ ຫຼ້າສຸດນາງໄດ້ໄປມີຜົນງານໃໝ່ ຮູບເງົາເລື່ອງ “ບັງເອີນຮັກ ຂ້ອຍຮັກເຈົ້າ” ທີ່ໄດ້ຮ່ວມສະແດງກັບປະເທດເພື່ອນບ້ານ ແລະ ໄດ້ມີພິທີການບວງສວງເປີດກອງຖ່າຍທຳໄປຕັ້ງແຕ່ໃນວັນທີ 18 ມັງກອນ 2019 ທີ່ຜ່ານມາ…
ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ໃນໄລຍະຕໍ່ມາ ໄດ້ມີການເປີດເຜີຍສາກສຳຄັນໃນຮູບເງົາເລື່ອງດັ່ງກ່າວ ເປັນສາກຟ້ອນບວງສວງ ສົມເດັດ ກົມຫຼວງປະຈັກ ເປັນສາກງານຟ້ອນຖວາຍສະດຸດີກົມຫຼວງປະຈັກ ຄົບຮອບການສ້າງຕັ້ງ ຈັງຫວັດ ອຸດອນທານີ ຄົບຮອບ 126ປີ ຮ່ວມກັບນັກສະແດງສົມທົບເຖິງ 10.000 ຄົນ (ວ້າວວວວ) ນັບໄດ້ວ່າເປັນສາກທີ່ສຳຄັນ ແລະ ອະລັງການງານສ້າງໃນຮູບເງົາເລື່ອງນີ້…
ນອກຈາກນັ້ນ ລູກນໍ້າ ທິດາລັດ ຍັງໂພສຮູບ ພ້ອມແຄັບຊັ່ນທີ່ວ່າ: “ຂອບໃຈຫລາຍໆສຳຫລັບ ໂອກາດດີທີ່ໄດ້ຟ້ອນບວງສວງ ສົມເດັດກຮົມຫລວງປະຈັກ ງານຟ້ອນ ສະດຸດີກົມຫລວງປະຈັກ ຄົບຮອບຈັດຕັ້ງອຸດອນ 126ປີ ຮ່ວມກັບຄົນເປັນ 10.000ຄົນ ເປັນ 1 ໃນສາກທີ່ອະລັງການຂອງຫນັງເລື່ອງ ຝາກໜັງເລື່ອງ ບັງເອີນຮັກຂ້ອຍຮັກເຈົາແນ່ເດີ້❤❤”
ໄດ້ເຫັນຈາກຮູບພາບແລ້ວ ກໍຮູ້ສຶກວ່າ ອະລັງການງານສ້າງຫຼາຍໆ, ຢ່າງໃດ! ກໍຂໍຝາກແຟນໆ ມາຮ່ວມເປັນກຳລັງໃຈໃຫ້ນັກສະແດງຈາກປະເທດລາວ ຢ່າລືມຕິດຕາມກັນຫຼາຍໆເດີ້ແຟນໆ.
ຮູບພາບ: louknum thidalat