Breaking News

ຢາດຟ້າ ອອກມາໂພສແລ້ວຫຼັງຈາກບໍ່ສາມາດນຳລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ  Miss Intercontinental ມາຝາກຄົນລາວ!!

ແບ່ງປັນ

ຫຼັງຈາກທີ່ໄດ້ມີການແຂ່ງຂັນໃນຮອບຊຸດປະຈຳຊາດ ( National Costume Competition) ໃນເວທີ Miss Intercontinental 2018 ທີ່ປະເທດ ຟິລິປິນ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງ “ຊຸດເຜົ່າມົ້ງມ່ວນຊື່ນ” ເພື່ອເຂົ້າຊິງລາງວັນຊຸດປະຈຳຊາດດີເດັ່ນໃນເວທີດັງກ່າວ, ຫຼ້າສຸດ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ກໍໄດ້ອອກມາໂພສເປີດໃຈຜ່ານເຟສບຸກ ຫຼັງຈາກທີ່ບໍ່ສາມາດນຳລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ  Miss Intercontinental ມາຝາກຄົນລາວໄດ້ ແລະ ຍັງຂອບໃຈທຸກໆຄົນດັ່ງນີ້:

ພໍແຕ່ໂພສດັ່ງກ່າວເຜີຍແຜ່ອອກໄປເຮັດໃຫ້ມີຜູ້ຄົນເຂົ້າມາໃຫ້ກຳລັງໃຈ ພ້ອມກັບຊື່ນຊົມທີ່ສາວງາມຕົວແທນປະເທດລາວ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ໃນໄວອາຍຸ 18 ປີ ມີຄວາມສາມາດເຖິງພຽງນີ້… ແຕ່ເຖິງຢ່າງໃດກໍຕາມ ກໍຖືວ່າສາວງາມຈາກປະເທດລາວເຮົາເຮັດໄດ້ດີ ແລະ ເປັນທີ່ພູມໃຈຂອງຄົນລາວເປັນທີ່ສຸດທີ່ເຫັນແມ່ຍິງລາວມີຄວາມສາມາດ ມີຄວາມກ້າສະແດງອອກໃນເວທີລະດັບໂລກ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ເຖິງແມ່ນວ່າຈະບໍ່ສາມາດຄວ້າລາງວັນ  “ຊຸດປະຈຳຊາດດີເດັ່ນ” ມາຝາກຄົນລາວ ແຕ່ກໍບໍ່ເປັນຫຍັງເນາະ ເພາະການແຂ່ງຂັນ Miss Intercontinental 2018  ຍັງບໍ່ສິ້ນສຸດ, ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ການປະກວດ Miss Intercontinental  ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້ແລ້ວ.

#ຮັກລາວເຊຍລາວ ??????

ຮູບພາບ: FB/FyFa Phommavongsay

ແບ່ງປັນ