Breaking News

ມາເບີ່ງ…ພິທີການແຕ່ງດອງແບບ ລາວໆ!

ແບ່ງປັນ

ມາເບີ່ງ…ພິທີການແຕ່ງດອງແບບ ລາວໆ!

ການແຕ່ງດອງ… ເປັນສິ່ງທີ່ຜູ້ຍິງເຮົາສ່ວນຫຼາຍ (ລວມທັງ Beauty Guru) ຕ່າງກໍໄຝ່ຝັນ ແລະ ຢາກມີໃນຄັ້ງໜຶ່ງຂອງຊີວິດທີ່ເກີດມາ ເຊິ່ງພິທິການແຕ່ງດອງນັ້ນກໍເປັນພິທີມຸງຄຸນອີກອັນໜຶ່ງທີ່ປະຊາຊົນລາວເຮົາປະຕິບັດກັນມາແຕ່ສະໄໝບູຮານນະການແລ້ວ ແລະ ພິທີດັ່ງກ່າວກໍຈະມີລັກສະນະທີ່ເປັນເອກະລັກ ທີ່ບົ່ງບອກເຖິງຄວາມເປັນລາວຢ່າງຊັດເຈນ ຈົນມາຮອດປັດຈຸບັນພິທີດັ່ງກ່າວ ກໍຍັງຄົງສືບຕໍ່ປະຕິບັດກັນມາໂດຍຕະຫຼອດ ແຕ່ຈະການພັດທະນາຂຶ້ນມາເພຶ່ອໃຫ້ໄດ້ຄວາມສວຍງາມທີ່ເຂົ້າກັບຍຸກສະໄໝແຕ່ກໍຍັງຄົງຄວາມເປັນລາວຢູ່ເຊັ່ນ: ເຈົ້າສາວໃສ່ເສຶ້ອໄໝ, ສິ້ນໄໝ, ເກົ້າຜົມບ່ຽງແພ, ເຈົ້າບ່າວແມ່ນໃສ່ ເສຶ້ອໄໝ ຫຼື ເສຶ້ອສຸພາບ ນຸ່ງຜ້າສະໂລ້ງ ຖືດາບ ສ່ວນວ່າວິທີການອື່ນໆນັ້ນແມ່ນບໍ່ໄດ້ມີການປ່ຽນແປງຫຍັງເລີຍເຊັ່ນ: ພິທີການແຫ່ເຂີຍ, ການຕົກລົງຄ່າດອງທັງສອງກໍ້າສອງຝ່າຍ, ການເຂົ້າພາຂວັນແບບທີ່ເອີ້ນກັນວ່າ: ມືຂວາປ້ອນໄຂ່ອ້າຍ ມືຊ້າຍປ່ອນໄຂ່ນາງ (ເວົ້າມາຮອດນີ້ Beauty Guru ລະຕົວລອຍຢາກມີມື້ນັ້ນນໍາເຂົາ) ການຝ້ອນລໍາວົງລາວຕ່າງໆ. ເຊິ່ງມື້ນີ້ Beauty Guru ກໍໄດ້ຊອກຄົ້ນເອົາຮູບງາມໆຈາກງານດອງຕ່າງໆ ມາໃຫ້ສາວໆ ຫຼື ໜຸ່ມໆທີ່ກໍາລັງຄິດຢາກເຂົ້າພິທີວິວາ (ແຕ່ງດອງ) ໄດ້ເບິ່ງວ່າການແຕ່ງດອງແບບລາວນັ້ນເຂົາມີຂັ້ນຕອນແນວໃດແດ່? ວ່າແລ້ວເຮົາໄປເບີ່ງພ້ອມກັນເລີຍ!

By: Beauty Guru

ເຄຼດິດຮູບຈາກ: Lao Wedding ງານວິວາລາວ

ແບ່ງປັນ