Breaking News

ຢ່າດູຖູກຕົວເອງ! ມາເບິ່ງໂລກໃນແງ່ບວກ ເພື່ອໃຫ້ຊີວິດງ່າຍ ແລະ ດີຂຶ້ນກັນດີກວ່າ…

ແບ່ງປັນ

ບາງຄົນຮູ້ສຶກອຶດອັດ ຍັງປິດກັ້ນຕົວເອງເນື່ອງມາຈາກຄວາມຜິດຫວັງ ຄຳວິຈານ ຫຼື ມາຈາກເລື່ອງລາວບໍ່ດີຕ່າງໆ ຈຶ່ງບໍ່ກ້າເປີດໃຈ ບໍ່ກ້າສະແດງອອກ ໄດ້ເຮັດໃນສິ່ງທີ່ຢາກເຮັດໄດ້ຢ່າງເຕັມທີ່, ດັ່ງນັ້ນ! ຄວນປ່ຽນຄວາມຄິດໃໝ່ ຄວນເບິ່ງໂລກໃນດ້ານບວກ ຄວນຮັກຕົວເອງໃຫ້ຫຼາຍຂຶ້ນ ຄວນເຮັດໃນສິ່ງທີ່ຢາກເຮັດ ໃນສິ່ງທີ່ຢາກເວົ້າ ແລະ ບໍ່ຄວນດູຖູກ ຫຼື ບໍ່ເຫັນຄຸນຄ່າຂອງຕົວເອງ, ລອງມາເບິ່ງກັບ 5 ຫຼັກການຕໍ່ໄປນີ້ທີ່ຈະຊ່ວຍໃຫ້ຊີວິດດີ ແລະ ງ່າຍຂຶ້ນ…

1. ໃນໂລກນີ້ບໍ່ມີໃຜຮັກເຈົ້າເທົ່າໂຕເຈົ້າເອງ

ມັນອາດຈະຟັງເບິ່ງແລ້ວໂຫດຮ້າຍແດ່ ແຕ່ມັນກໍເປັນເລື່ອງຈິງ ການໃຊ້ຊີວິດພາຍໃຕ້ຄວາມຄິດ ຫຼື ຄວາມຄາດຫວັງຂອງຄົນອື່ນ ຖືເປັນການທຳຮ້າຍຕົວເອງ ເພາະແຕ່ລະຄົນກໍລ້ວນມີຊີວິດ ແລະ ມີແນວທາງທີ່ຢາກຈະເປັນໃນແບບສະບັບແຕກຕ່າງກັນ ດັ່ງນັ້ນການໄດ້ເປັນໂຕຂອງໂຕເອງ ໄດ້ເຮັດໃນສິ່ງທີ່ມັກ ແລະ ຮັກ ໂດຍບໍ່ໃຫ້ກະທົບ ຫຼື ເດືອດຮ້ອນໃຜ ອາດຈະເຮັດໃຫ້ມີຄວາມສຸກຫຼາຍຂຶ້ນ

2. ປ່ຽນແປງຕະຫຼອດເວລາ

ບໍ່ວ່າເວລາຈະຜ່ານໄປຈັກປີ ກໍຍັງຄິດວ່າຍັງເປັນຄົນເກົ່າ ບໍ່ປ່ຽນແປງ ເຊິ່ງຄວາມເປັນຈິງແລ້ວສະຖານະການ ແລະ ປະສົບການທີ່ເຮົາພົບເຈິໃນທຸກໆມື້ ເປັນສິ່ງທີ່ເຮັດໃຫ້ເຮົາຮູ້ຈັກປັບຕົວ ແລະ ປ່ຽນແປງຕະຫຼອດເວລາ, ດັ່ງນັ້ນເວລາທີ່ຈະຕັດສິນໃຈໃນເລື່ອງໃດໜຶ່ງ ຄວນຄິດຫາປັດຈຸບັນ ເພາະແນ່ນອນວ່າບໍ່ສາມາດກັບໄປປ່ຽນແປງອະດີດ ແລະ ຄາດເດົາອະນາຄົດໄດ້ ຈຶ່ງຄວນເຮັດປັດຈຸບັນໃຫ້ດີທີ່ສຸດ

3. ຢຸດປຽບທຽບຕົວເອງກັບຜູ້ອື່ນ

ຄົນເຮົາມັກຈະໂພສເລື່ອງລາວດີໆຂອງຕົວເອງລົງໃນໂຊຊ່ຽວມີເດຍ ເຊັ່ນດຽວກັບຊີວິດຈິງຂອງຄົນເຮົາ ເຊິ່ງຍາກທີ່ຈະເປີດເຜີຍຊ່ອງວ່າງທີ່ສ່ຽງໃນການຖືກວິພາກວິຈານ ຫຼື ໃຫ້ຄົນອື່ນມາຮັບຮູ້ເລື່ອງລາວຂອງຕົວເອງງ່າຍໆ ເພາະເຫດນີ້ຈຶ່ງມັກມີການປຽບທຽບຕົວເອງກັບຄົນອື່ນສະເໝີ ແຕ່ໃນຄວາມເປັນຈິງແລ້ວຮູ້ບໍ່ວ່າ ບໍ່ມີໃຜໃນໂລກທີ່ສົມບູນແບບ ທຸກໆຄົນລ້ວນຢາກເປັນທີ່ຍອມຮັບຈາກທຸກໆຄົນໃນສັງຄົມ ດັ່ງນັ້ນຢ່າເສຍເວລາ ແລະ ມົວຄິດວ່າຊີວິດຄົນອື່ນຈະດີກວ່າ ແລະ ຮູ້ສຶກບໍ່ດີ ຫຼື ຮູ້ສຶກເສົ້າໃຈກັບຊະຕາຊີວິດຂອງຕົວເອງ ເພາະຕໍ່ໃຫ້ຄົນໆນັ້ນເປັນຄົນທີ່ຍິ່ງໃຫ່ຍພຽງໃດ ພາຍໃນໃຈເຂົາກໍມີຄວາມກັງວົນ ແຕ່ພຽງບໍ່ເຜີຍໃຫ້ເຮົາໄດ້ຮູ້ ສະນັ້ນຄວນໂຟກັດຕົວເຮົາເອງຈະດີກວ່າ

4. ຢ່າຄິດເຮົາຈະປ່ຽນໃຜໄດ້

ບໍ່ວ່າຈະໃນຍາມທີ່ໝູ່ມີບັນຫາ ມາຂໍຄຳປຶກສາ ຄຳປຶກສາທີ່ເຮົາໃຫ້ໄປກໍໄຮ້ປະໂຫຍດ ອາດຈະເຮັດໃຫ້ເຮົາຮູ້ສຶກບໍ່ດີເມື່ອສິ່ງທີ່ໄດ້ແນະນຳໄປ ແຕ່ໝູ່ບໍ່ເຮັດຕາມ ໂດຍຄວາມຈິງແລ້ວບໍ່ມີໃຜຮັບຟັງຄວາມຄິດຂອງຄົນອື່ນຕາບໃດທີ່ເຂົາຍັງບໍ່ເປີດໃຈ ຫຼື ເປັນຄຳຕອບທີ່ເຂົາຢາກຈະໄດ້ຍິນ ທ້າຍທີ່ສຸດແລ້ວຄວາມຄິດຄົນເຮົາຈະປ່ຽນໄປຕາມສະຖານະການ ຄວາມເປັນຈິງ ແລະ ຈາກປະສົບການທີ່ເຄີຍປະສົບມາ ບາງເທື່ອມັນອາດມາໃນຮູບແບບຂອງຄຳແນະນຳຂອງເຮົາເອງ

5. ຕົວເຮົາເອງທີ່ຈະເປັນຄົນກຳນົດຊາຕາຊີວິດ

ສິ່ງທີ່ໜ້າຢ້ານບໍ່ແມ່ນສິ່ງທີ່ພົບເຈິໃນຊີວິດປະຈຳວັນ ແຕ່ເປັນວິທີຈັດການກັບບັນຫາ ທັດສະນະຄະຕິເປັນຕົວບົ່ງບອກຄວາມຄິດ ແລະ ປະລິມານຄວາມສຸກໃນຊີວິດ ແລະ ອາດສົ່ງຜົນໄປເຖິງຊີວິດເຮົາອີກດ້ວຍ.

ບາງເທື່ອເຮົາອາດຈະພົບເຈິກັບສະຖານະການທີ່ໂຫດຮ້າຍ ເຮັດໃຫ້ຮູ້ສຶກບໍ່ດີ ທໍ້ຖອຍ ແຕ່ຢາກບອກໃຫ້ຈົ່ງຕັ້ງສະຕິໃຫ້ດີ ຄ່ອຍໆຄິດຫາວິທີແກ້ໄຂບັນຫາ ວິທີນີ້ຈະຊ່ວຍໃຫ້ເຮົາໄດ້ທົບທວນຄວາມຄິດ ແລະ ພົບຫົນທາງໃນການແກ້ໄຂບັນຫານັ້ນໆໃນທາງທີ່ດີກວ່າ  ເພາະບັນຫາທຸກຢ່າງມີທາງອອກສະເໝີ ແລະ ຊີວິດເຮົາກໍຈະງ່າຍ ແລະ ດີຂຶ້ນກວ່າເກົ່າ ຈົ່ງຄິດບວກ ແລະ ຍິ້ມເຂົ້າໄວ້. (ຂໍເປັນກຳລັງໃຈໃຫ້ທຸກໆຄົນ ສູ້…ສູຸ້ເດີ້)

Source : Lifehack

picture: google

ແບ່ງປັນ