Breaking News

ກຽມລຸ້ນ ກຽມເຊຍ! ນາງງາມລາວເດີນທາງປະກວດ Miss Planet International ທີ່ປະເທດກຳປູເຈຍ (ເຊຍລາວສຸດໃຈ)

ແບ່ງປັນ

ຫຼັງຈາກທີ່ມີຂ່າວດີມາຕັ້ງແຕ່ຊ່ວງທ້າຍປີທີ່ຜ່ານມາວ່າ ມີ່ມີ່ ວິລະພອນ ຂັນແກ້ວ ອະດີດຮອງອັນດັບ 2 ນາງສາວລາວ ຖືກແຕ່ງຕັ້ງໃຫ້ເປັນ  Miss Planet Laos ແລະ ຍັງໄດ້ເປັນຕົວແທນສາວງາມຈາກ ປະເທດລາວ ເພື່ອໄປປະກວດໃນເວທີສາກົນ ໃຫ້ແຟນໆໄດ້ຮູ້ກັນໄປແດ່ແລ້ວ

ຫຼ້າສຸດ ໃນວັນທີ 22 ກຸມພາ 2019 ມີ່ມີ່ ວິລະພອນ  ກໍຮອດກຳນົດເດີນທາງເພື່ອໄປເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Planet International ປະເທດ ກຳປູເຈຍ

ເຊິ່ງນັບວ່າເປັນອີກໜຶ່ງສາວງາມຈາກປະເທດລາວທີ່ໄດ້ໄປປະກວດໃນເວທີໂລກ, ສຳລັບຮອບຕັດສິນໃນການປະກວດ Miss Planet International  ມື້ຕັດສິນຈະມີຂຶ້ນ ວັນທີ 1 ມີນາ 2019 ນີ້ແລ້ວເດີ້ (ຮັກລາວເຊຍລາວ ??)

ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວກັນແດ່ເດີ້.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: fb/Mimie Vilaphone

ແບ່ງປັນ