Breaking News

ປະເທດລາວສົ່ງ “ຊຸດຫຸ່ນເຊີດງານບຸນບັ້ງໄຟລາວ” ເພື່ອເຂົ້າຊິງຊຸດປະຈຳຊາດດີເດັ່ນໃນເວທີ Miss Planet International ທີ່ກຳປູເຈຍ.

ແບ່ງປັນ

ເປັນປີທຳອິດທີ່ປະເທດລາວເຮົາໄດ້ສົ່ງຕົວແທນສາວງາມເຂົ້າປະກວດໃນເວທີລະດັບໂລກອີກໜຶ່ງເວທີນັ້ນກໍຄື Miss Planet International ປີນີ້ຈັດຂຶ້ນທີ່ ປະເທດ ກຳປູເຈຍ, ເຊິ່ງກ່ອນໜ້ານີ້ແຟນໆກໍໄດ້ຮູ້ກັນໄປແລ້ວວ່າ ມີ່ມີ່ ວິລະພອນ ຂັນແກ້ວ  Miss Planet Laos ໄດ້ຖືກແຕ່ງຕັ້ງໃຫ້ເປັນສາວງາມເພື່ອໄປປະກວດໃນເວທີໂລກໃນຄັ້ງນີ້ ແລະ ນາງກໍໄດ້ມີການກຽມຄວາມພ້ອມຢ່າງເຕັມທີ່ ເພື່ອເດີນໜ້າກຽມໄປສ້າງຊື່ສຽງໃຫ້ປະເທດລາວໃນຖານະສາວງາມຕົວແທນປະເທດລາວໃນເວທີ Miss Planet International ທີ່ປະເທດ ກຳປູເຈຍ

ແລະ ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ທີ່ຫຼ້າສຸດກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວເດີ້ ສຳລັບຊຸດປະຈຳຊາດລາວທີ່ ມີ່ມີ່ ວິລະພອນ ຈະໄດ້ສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Planet International ຂໍບອກເດີ້ວ່າເທື່ອນີ້ມາແປກໄປຈາກເວທີອື່ນໆກ່ອນໜ້າ ເອີ້ນໄດ້ວ່າເປັນຊຸດທີ່ງົດງາມອີກໜຶ່ງຊຸດ ມີເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ດີ ມາໃນຄອນເຊັບ “ຊຸດຫຸ່ນເຊີດງານບຸນບັ້ງໄຟລາວ”

(ລອງມາເບິ່ງ!!!)

“ເຊິ່ງແນວຄວາມຄິດ ແລະ ແຮງບັນດານໃຈໃນການອອກແບບຊຸດໃນຄັ້ງນີ້ ມາຈາກຫຸ່ນເຊີດ ຫລື ຫຸ່ນຕຸກກະຕາ ງານບຸນປະເພນີ ບັ້ງໄຟລາວ . ເຊິ່ງຊຸດນີ້ເປັນຕົວແທນຂອງຊາວໄຮ່ຊາວນາ ຜູ້ຄົນທ້ອງຖິ່ນ ແຫ່ຂະບວນກັນຢ່າງຟົດຟື້ນ ເພື່ອຂໍຝົນ ໃຫ້ຊາວນາມີນໍ້າ ເຮັດນາ ເພີ້ມພູນຜົນລະປູກ . ບວກກັບການນຳໃຊ້ວັດສະດຸທ້ອງຖິ່ນມາປະກອບເຂົ້າໃນຊຸດ ບໍ່ວ່າຈະເປັນ ເຄື່ອງຫັດຖະກຳຈັກສານ,ແພຝ້າຍຕໍ່າ ແລະ ທໍ່ດ້ວຍມື .ພ້ອມແຝງໄປດ້ວຍລູກເລ່ນ ຮອຍຍິ້ມ ຄວາມສະນຸກສະຫນານ ທັງຕົວຜູ້ສ່ວມໃສ່ ທີ່ມີຕໍ່ກັບຫຸ່ນເຊີດຕຸກກະຕາ ໄປຕາມບຸນປະເພນີຢ່າງຟົດຟື້ນ”.

ເປັນແນວໃດໄດ້ເຫັນ “ຊຸດຫຸ່ນເຊີດງານບຸນບັ້ງໄຟລາວ” ທີ່ ມີ່ມີ່ ວິລະພອນ ຂັນແກ້ວMiss Planet Laos ຈະສວມໃສ່ໃນເວທີ່ໂລກແລ້ວ ແຟນໆວ່າແນວໃດ ປະເທດລາວເຮົາພໍສູຸ້ໄດ້ບໍ່? 

ໃນເວລານີ້  Miss Planet Laos ກຳລັງຮ່ວມເຮັດກິດຈະກຳກັບທາງກອງປະກວດເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ Miss Planet International ທີ່ປະເທດ ກຳປູເຈຍ ມື້ຕັດສິນແມ່ນວັນທີ 1 ມີນາ 2019 ນີ້.  #ເຊຍລາວສຸດໃຈ  ??????

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/Mimie Vilaphone

ແບ່ງປັນ