Breaking News

ມາຮູ້ຈັກ! ອາຫານຫຼຸດໜ້າທ້ອງ ກິນແລ້ວສຸຂະພາບດີ ບໍ່ມີຄຳວ່າ “ຕຸ້ຍ” ແນ່ນອນ!!!

ແບ່ງປັນ

1. ໝາກກ້ວຍ

ຊ່ວຍຫຼຸດຄວາມຄຽດ ຄວບຄຸມອາລົມ ຫຼຸດຄວາມດັນເລືອດ ແຖມປ້ອງກັນອາການທ້ອງອືດ

2. ໝາກໄມ້ລົດສົ້ມ

ມີວິຕາມິນຊີສູງ ປ້ອງກັນໄຂ້ຫວັດ ນອກຈາກນີ້ຍັງມີໄຍອາຫານສູງ ສາມາດປ້ອງກັນມະເຮັງລຳໃສ້ໄດ້ເປັນຢ່າງດີ

3. ໝາກເລັ່ນ 

ມີສານໄລໂຄປີນ ຊ່ວຍປ້ອງກັນມະເຮັງຕ່ອມລູກໝາກ ຫຼຸດຄວາມສ່ຽງໃນການເປັນພະຍາດຫຼອດເລືອດຕີບໃນສະໝອງ ແລະ ຊ່ວຍເສີມສ້າງຜິວພັນໃຫ້ຜ່ອງໃສ

4. ເຂົ້າກ້ອງ

ຊ່ວຍປ້ອງກັນອາການມຶນ ຊາ ມີໄຍອາຫານສູງຊ່ວຍລະບົບຂັບຖ່າຍ ຊ່ວຍໃຫ້ຫົວໃຈແຂງແຮງ ປ້ອງກັນຄວາມສ່ຽງຈາກໂລກຫົວໃຈວາຍ ອຸດົມໄປດ້ວຍວິຕາມິນບີ ຊ່ວຍບຳລຸງປະສາດປ້ອງກັນສະໝອງເຊື່ອມ ແລະ ຊ່ວຍຫຼຸດນໍ້າຕານໃນເລືອດ

5. ໝາກອຶ

ມີເບຕ້າແຄໂລທີນຊ່ວຍບຳລຸງສາຍຕາ ຊ່ວຍປ້ອງກັນໂຣກຫົວໃຈ ຊ່ວຍຫຼຸດໄຂມັນບໍ່ດີ ຊ່ວຍບຳລຸງຮ່າງກາຍ

6. ທັນຍະພືດ

ໄດ້ແກ່ ຖົ່ວຂຽວ ຖົ່ວເຫຼືອງ ຖົ່ວແດງ ຖົ່ວດຳ ຊ່ວຍຫຼຸດນໍ້າຕານ ແລະ ໄຂມັນ ຫຼຸດຄວາມດັນເລືອດ ບຳລຸງສະໝອງ ເພີ່ມປະສິດທິພາບໃນການຮຽນຮູ້ຂອງສະໝອງ ອີກທັງຍັງຊ່ວຍຫຼຸດອາການຫງຸດງິດໃຈຮ້າຍໃນແມ່ຍິງໄວທອງອີກດ້ວຍ

7. ໄຂ່

ມີໂປຕີນສູງ ນອກຈາກນັ້ນໃນໄຂ່ຍັງມີຄໍເຣດເຕີລໍຕໍ່າ ຍ່ອຍງ່າຍ ມີທາດເຫຼັກສູງ ຊ່ວຍປ້ອງກັນສາເຫດຂອງເລືອດຈາງ ມີວິຕາມິນອີຊ່ວຍປ້ອງກັນການເສື່ອມສະພາບຂອງໝ່ວຍຕາອີກດ້ວຍ

8. ປາ

ມີກົດໄຂມັນໂອເມກ້າ 3 ຊ່ວຍບຳລຸງສະໝອງ ປ້ອງກັນໂຣກຫົວໃຈ ຫຼຸດໄຂມັນໃນເລືອດ ເພີ່ມຄວາມສາມາດໃນການຈື່ຈຳ ແຖມຊີ້ນປາຍັງຊ່ວຍຍ່ອຍງ່າຍກວ່າຊີ້ນສັດ ກິນແລ້ວບໍ່ຕຸ້ຍແນ່ນອນ

ໄດ້ຮູ້ຄຸນປະໂຫຍດທີ່ກ່າວມາຂ້າງເທິງແລ້ວກໍຢ່າລຶມຊອກຫາມາຮັບປະທານ ແລະ ຢ່າລືມອອກກຳລັງກາຍຢ່າງສະໝໍ່າສະເໝີ  ຄວບຄູ່ກັບການກິນອາຫານທີ່ມີປະໂຫຍດ ພຽງເທົ່ານີ້ກໍຈະຊ່ວຍໃຫ້ມີຮູບຮ່າງທີ່ດີ ສຸຂະພາບແຂງແຮງ ບໍ່ເຈັບ ບໍ່ປ່ວຍງ່າຍໆ ພຽງແຕ່ເລືອກກິນເປັນ ແລະ ບໍ່ມີຄຳວ່າ “ຕຸ້ຍ “ມາກວນໃຈແນ່ນອນ. ແຕ່ຖ້າແຟນໆທ່ານໃດຢາກລອງວິທີແບບທີ່ ຊະນີIndy ເຮັດເປັນປະຈຳກໍບໍ່ຫວງສູດເດີ້ ແນະນຳເລີຍ  3 ເມນູ ປັ່ນໝາກໄມ້ ເພື່ອສຸຂະພາບ ຈາກທາງຮ້ານ Kaogee Cafe  ກິນແລ້ວຈະຮູ້ສຶດສົດຊຶ່ນ ເພີ່ມພະລັງ ບໍ່ຕຸ້ຍ ຜິວພັນກໍງາມ-ສົດໃສ ແຖມກິນແລ້ວຍັງຊ່ວຍເຮັດໃຫ້ສຸຂະພາບດີອີກດ້ວຍ.

ທີ່ມາ: https://health.mthai.com/howto/health-care/19494.html

ແບ່ງປັນ