Breaking News

ອະລັງການອີກແລ້ວ! ເຜີຍຊຸດປະຈຳຊາດຂອງ Miss Queen Laos ແລະ ຄົນອອກແບບໃຫ້ກໍຄື… (ກຽມລຸ້ນລາງວັນແນ່ນອນ!!!)

ແບ່ງປັນ

ເປັນກະແສກັນອີກແລ້ວແຟນໆ ຫຼ້າສຸດໄດ້ມີການເປີດເຜີຍຊຸດປະຈຳຊາດຂອງ ກັນລະຍານີ ໂພທິມາດ (ຫຼື ປໍ້ ຕະການ)  Miss Queen Laos 2019  ສາວປະເພດສອງຈາກປະເທດລາວ ທີ່ເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ.

ເຊິ່ງແນ່ນອນເລີຍວ່າແຟນໆຊາວລາວທຸກໆຄົນຕາງກໍພາກັນກຽມລຸ້ນວ່າ ຊຸດປະຈຳຊາດຂອງ  Miss Queen Laos 2019 ຈະມີຄວາມອະລັງການ ແລະ ງົດງາມພຽງໃດ ແລະ ຮູ້ບໍ່ວ່າຄົນທີ່ອອກແບບຊຸດໃຫ້ ປໍ້ ຕະການ ໄດ້ສວມໃສ່ເພື່ອເສີດສາຍໃນເວທີໂລກໃນປີນີ້ກໍຄື ຄຳພີ ອະລັງການ ນັກອອກແບບຊື່ດັງ ທີ່ອອກແບບຊຸດປະຈຳຊາດໃຫ້ນາງງາມລາວ ແລະ ສາມາດຄວ້າລາງວັນຊຸດປະຈຳຊາດດີເດັ່ນລະດັບໂລກມາແລ້ວຫຼາຍເວທີ…

ເອົາເປັນວ່າງານນີ້ອະລັງການງານສ້າງແນ່ນອນ, ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທດໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້…  #ຮັກລາວເຊຍລາວ ??????

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວປະເພດສອງຈາກປະເທດລາວ ??????

ຮູບພາບ: fb/Por Takarn , คำภีร์ อลังการ

 

ແບ່ງປັນ