Breaking News

ເບິ່ງໄວ້! 15 ນິດໃສຂອງແມ່ຍິງທີ່ປະສົບຄວາມສຳເລັດ… 

ແບ່ງປັນ

ໃນທຸກໆປີ Edie Berg ຜູ້ກໍ່ຕັ້ງເວັບໄຊ້ The Strong Women’s Club ຈະສຳພາດແມ່ຍິງທີ່ປະສົບຄວາມສຳເລັດໃນທຸກສາຂາອາຊີບ ທັງນັກວິທະຍາສາດ ນັກກິລາ ຜູ້ນຳສາດສະໜາ ນັກກິດຈະກຳ ນັກບິນອາວະກາດ ນັກຂຽນ ຫຼື ນັກທຸລະກິດ ຊຶ່ງແຕ່ລະຄົນລ້ວນມີເລື່ອງລາວທີ່ແຕກຕ່າງກັນໄປ ແຕ່ບໍ່ໜ້າເຊື່ອວ່າມີສິ່ງໜຶ່ງທີ່ຄ້າຍຄືກັນກໍຄືນິດໃສ “ມັນເປັນເລື່ອງມະຫັດສະຈັນທີ່ໄດ້ຮຽນຮູ້ວິທີຈາກພວກເຂົາ ແລະ ຕອນນີ້ຂ້ອຍກໍຍາກແບ່ງປັນບົດຮຽນນັ້ນກັບທຸກໆຄົນ” Edie ໄດ້ກ່າວໄວ້.

  1. ເລືອກພັດທະນາຈຸດແຂງທີ່ມີຢູ່

ແມ່ຍິງທີ່ປະສົບຄວາມສຳເລັດມັກຈະເລືອກເສັ້ນທາງການເຮັດວຽກໂດຍຄິດຫາສິ່ງທີ່ເຮັດໄດ້ດີກ່ອນເປັນອັນດັບທຳອິດ ແລະ ຮອງລົງມາກໍແມ່ນຈະເລີ່ມເຮັດໃນສິ່ງທີ່ຮັກ

2. ມີຄວາມທະເຍີທະຍານສູງ

ແມ່ຍິງທີ່ປະສົບຄວາມສຳເລັດບໍ່ໄດ້ຝັນພຽງແຕ່ຈະເປັນທີ່ສຸດຂອງພະແນກ ຫຼື  ໜ່ວຍງານ ແຕ່ພວກເຂົາຕັ້ງເປົ້າໝາຍຈະເປັນທີ່ສຸດຂອງອົງການຫຼືລະດັບປະເທດ

3. ເບິ່ງໂລກໃນແງ່ບວກ

ແມ່ຍິງທີ່ປະສົບຄວາມສຳເລັດຮູ້ວິທີທີ່ຈະຮັບມືກັບຄວາມຜິດຫວັງ ເພື່ອບໍ່ໃຫ້ພວກເຂົາຮູ້ສຶກບໍ່ດີ ຫຼື ທໍ້ຖອຍ ພວກເຂົາມັກຈະເຊື່ອວ່າອານາຄົດຂ້າງໜ້າມັກຈະດີກວ່າສະເໝີ

4. ເປັນນັກຈັດການ

“ຄົນສ່ວນຫຼາຍທີ່ຂ້ອຍໄດ້ສຳພາດມານັ້ນ ມັກຕອບຕົກລົງຢ່າງວ່ອງໄວ ພວກເຂົາຈະກວດເບິ່ງປະຕິທິນຂອງຕົວເອງ ຈອງວັນເວລາ ແລະ ເຂົ້າສຳພາດ ໂດຍສິ່ງທີ່ພວກເຂົາຕັດສິນໃຈເຮັດນັ້ນພວກເຂົາຈະເຮັດຢ່າງເປັນລຳດັບແລະຂັ້ນຕອນ” Edie ກ່າວ

5. ຮຽນຮູ້ສະເໝີ

ແມ່ຍິງທີ່ປະສົບຄວາມສຳເລັດມັກຈະພັດທະນາຕົວເອງຢູ່ສະເໝີ ອີກທັງຍັງມີທີ່ປຶກສາ ຫຼື ໂຄສເພື່ອຊ່ວຍກະຕຸ້ນການພັດທະນາຂອງພວກເຂົາໃຫ້ໄວຂຶ້ນ

6. ມີຄູ່ຄິດ ແລະ ຄົນສະໝັບສະໝູນ

“ແມ່ຍິງສ່ວນຫຼາຍທີ່ຂ້ອຍໄດ້ສຳພາດທີ່ຜ່ານມາ ມັກມີຄູ່ຄິດ ຫຼື ມີຄົນໃນຄອບຄົວສະໜັບສະໜູນສິ່ງທີ່ພວກເຂົາເຮັດຢູ່” Edie ກ່າວ

7. ພວກເຂົາຮູ້ວ່າຄວາມສຳເລັດ ແລະ ຄວາມລົ້ມເລວເປັນຂອງຄູ່ກັນ 

ທຸກໆຄົນລ້ວນເຄີຍມີປະສົບກັບຄວາມລົ້ມເລວ ກ່ອນທີ່ຈະກ້າວໄປເຖິງເປົ້າໝາຍຫຼືຄວາມສຳເລັດກັນທັງນັ້ນ

8. ກະຕັນຍູ ຮູ້ຄຸນຄົນ

ແມ່ຍິງເຫຼົ່ານີ້ມັກໃຫ້ເຄດິດຄົນທີ່ເຄີຍຊ່ວຍເຫຼືອພວກເຂົາຈົນປະສົບຄວາສຳເລັດ ພວກເຂົາສຳນຶກບຸນຄຸນຕໍ່ສິ່ງທີ່ມີ ແລະ ເບິ່ງເຫັນຄຸນຄ່າຕໍ່ທຸກໆການສະໜັບສະໜູນທີ່ເຮັດໃຫ້ພວກເຂົາໄດ້ມາຮອດຈຸດນີ້

9. ເຮັດວຽກໜັກຢ່າງຕໍ່ເນື່ອງ

ບໍ່ມີໃຜມາຮອດຈຸດທີ່ປະສົບຄວາສຳເລັດໂດຍທີ່ບໍ່ເຮັດວຽກໜັກມາກ່ອນ ແຕ່ຢ່າງທີ່ຮູ້ໆກັນວ່າ “ເວົ້າງ່າຍ…ແຕ່ລົງມືເຮັດຍາກເຫຼືອເກີນ”

10. ບໍ່ເສຍເວລາກັບເລື່ອງໄຮ້ສາລະ

ແມ່ຍິງທີ່ປະສົບຄວາມສຳເລັດມັກຈະເກັ່ງເລື່ອງການແຍກແຍະວ່າສິ່ງໃດມີຄຸນຄ່າ ແລະ ສິ່ງໃດໄຮ້ສາລະຫຼືບໍ່ມີຄ່າພໍທີ່ຈະເສຍເວລາໄປກັບມັນ

11. ເລືອກຕໍ່ສູ້ຢ່າງຊານສະຫຼາດ 

ແມ່ຍິງທີ່ປະສົບຄວາມສຳເລັດມັກຈະເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫ່ຍ ແຕ່ຖ້າສິ່ງທີ່ເປັນບັນຫາໃຫ່ຍໄດ້ເກີດຂຶ້ນ ຈົ່ງໝັ້ນໃຈໄດ້ເລີຍວ່າບັນຫານັ້ນຈະຖືກພວກເຂົາຈັດການຢ່າງໄວວາ

12. ເຮັດຕາມສິ່ງທີ່ເຊື່ອ

ຄວາມເຊື່ອໝັ້ນໃນເປົ້າໝາຍ ຄືເຊື້ອເພີງຊັ້ນດີສຳລັບການເຮັດວຽກໜັກ ແລະ ການອຸທິດຕົນໃຫ້ກັບວຽກ

13. ມີຄວາມໝັ້ນໃຈ

ຄວາມໝັ້ນໃຈຂອງພວກນາງເກີນ 100% ທັງນັ້ນ

14. ເບິ່ງການໄກ

ສິ່ງທີ່ມາພ້ອມກັບຄວາມທະເຍີທະຍານກໍຄື ການເບິ່ງການໄກ ແມ່ຍິງທີ່ປະສົບຄວາມສຳເລັດມັກເບິ່ງໄປຮອດອະນາຄົດທາງໜ້າ ພວກເຂົາກຽມພ້ອມຕໍ່ການປ່ຽນແປງຂອງໂລກໄດ້ຢ່າງທັນເວລາ

15. ປະສົບຜົນສຳເລັດ ແຕ່ບໍ່ເຄີຍພັກ

ມັນຕ້ອງມີສິ່ງໃໝ່ໆ ດີກວ່າເກົ່າ ໄກກວ່າເກົ່າທີ່ຈະເຮັດໃຫ້ກ້າວໄປເຖິງຝັນ ແມ່ຍິງກຸ່ມນີ້ເຂົາເຈົ້າຈະບໍ່ຮູ້ຈັກເມື່ອຍ ທັງຍັງຊອກຮູ້ ທຸ່ມເທຊອກຫາສິ່ງທີ່ດີກວ່າສະເໝີ

Edie ກ່າວວ່າ “ສຳລັບຂ້ອຍແລ້ວ ເມື່ອໄດ້ຮັບຟັງ ແລະ ຮຽນຮູ້ສິ່ງຕ່າງໆຈາກເຫຼົ່າຄົນທີ່ປະສົບຄວາມສຳເລັດ ຂໍ້ຄິດທີ່ໄດ້ຂອງເລື່ອງນີ້ກໍຄືພວກເຂົາບໍ່ໄດ້ລວຍ ຫຼື ເປັນມະຫາເສດຖີມາແຕ່ເກີດ ອາດຈະແມ່ນທີ່ພວກເຂົາສະຫຼຽວສະຫຼາດ ແລະ ມີຄວາມມຸ່ງໝັ້ນ ແຕ່ກໍ່ບໍ່ໄດ້ເປັນຄົນທີ່ມີພະລັງເໜືອທຳມະຊາດແຕ່ຢ່າງໃດ ຊຶ່ງສ່ວນໜຶ່ງຂອງຄວາມສຳເລັດອາດມາຈາກການທີ່ພວກເຂົາມີຄວາມແນ່ວແນ່ຕໍ່ເປົ້າໝາຍ ແລະ ມີວິໃສທັດອັນກວ້າງໄກ”

ແບ່ງປັນ