Breaking News

ເຊຍສຸດໃຈ! ສາວປະເພດສອງຕົວແທນປະເທດລາວໃນເວທີ Miss International Queen 2019 ທີ່ປະເທດໄທ.

ແບ່ງປັນ

ຫຼັງຈາກທີ່ມີປະກາດຢ່າງເປັນທາງການໄປແລ້ວວ່າ ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019  ສາວປະເພດສອງຈາກປະເທດລາວ ຈະເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ.

ຫຼ້າສຸດວັນທີ 25 ກຸມພາ 2019 ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019 ກໍໄດ້ເດີນທາງເພື່ອໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ທີ່ຈັດຂຶ້ນທີ່ ພັດທະຍາ ປະເທດໄທ ເປັນທີ່ຮຽບຮ້ອຍແລ້ວ.

ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທດໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້…  #ຮັກລາວເຊຍລາວ ??????

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວປະເພດສອງຈາກປະເທດລາວ ??????

ຮູບພາບ: fb/Por Takarn

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ຮູ້ຫຼືບໍ່? ວ່າສາວປະເພດສອງຕົວແທນປະເທດລາວໃນເວທີ Miss International Queen 2019 ທີ່ປະເທໄທ ແມ່ນ…

ແບ່ງປັນ