Breaking News

ເປີດໂຕຢ່າງເປັນທາງການໃນລາວ SAMSUNG Galaxy S10 ແລະ S10+ ມາພ້ອມກັບຄວາມລໍ້ານຳສະໄໝທີ່ບອກເລີຍວ່າຫ້າມພາດ!!!

ແບ່ງປັນ

Hello!! ທັກທາຍແຟນໆທຸກຄົນມາແບບລຸກອິນເຕີກັນແດ່ຈັກໜ້ອຍ ເພາະຫຼ້າສຸດທາງ ຂວັນໃຈ ເຮົາໄດ້ໄປຮ່ວມງານ  “Media First Look – SAMSUNG Galaxy S10|S10+” ເຊິ່ງເປັນງານທີ່ເປີດໂຕ “SAMSUNG Galaxy S10|S10+” ຢ່າງເປັນທາງການ ຖືໄດ້ວ່າເປັນການເປີດງານໃຫ້ບັນດາສື່ມວນຊົນ, Blogger, Youtuber ແລະ ແຟນໆໄດ້ໄປຮ່ວມຊົມ ສຳຜັດ ແລະ ສັ່ງຈອງ SAMSUNG Galaxy S10|S10+ ຢ່າງເປັນທາງການໃນ ປະເທດລາວ.

ເຊິ່ງ SAMSUNG Galaxy S10|S10+ ມາພ້ອມກັບການອອກແບບໄດ້ໂດດເດັນບໍ່ຄືໃຜ ຈໍສະແດງຜົນໂຮງຮູບເງົາ ລະບົບຄວາມປອດໄພທີ່ລໍ້າໜ້າ ພ້ອມກ້ອງຖ່າຍຮູບລະດັບມືອາຊີບ ມີລໍ້ານຳສະໄໝທີ່ບອກເລີຍວ່າຫ້າມພາດ…

  • SAMSUNG Galaxy S10|S10+ ກັບ Ultrasonic Fingerprint ລະບົບສະແກນນິ້ວມືອັດສະລິຍະ ທີ່ມີຄວາມແນ່ນອນສູງທີ່ສຸດ
  • SAMSUNG Galaxy S10|S10+ ກັບ ໜ້າຈໍທີ່ບໍ່ມີຂອບ Infinity O Display
  • ປະຕິວັດການຖ່າຍຮູບດ້ວຍ Multi Camera ພ້ອມກັບເລນກວ້າງພິເສດ Ultrawide
  • ລະບົບແນະນຳການຖ່າຍຮູບ Shot Suggestion ຊ່ວຍແນະນຳມຸມກ້ອງແບບມືອາຊີບ

  • ລະບົບກັນສັ່ນຂັ້ນສູງ Super Steady ຖ່າຍວິດີໂອຄົມຊັດທຸກການເຄື່ອນໄຫວ 
  • SAMSUNG Galaxy S10|S10+ ຈະພາທ່ານເຂົ້າສູ່ໂລກຂອງເກມຢ່າງແທ້ຈິງ  ປັບແຕ່ງສະເປັກມາເພື່ອຄໍເກມໂດຍສະເພາະ
  • ລະບົບ Eye Comfort Display ຫຼຸດແສງສີຟ້າລົງ 42% ໂດຍທີ່ສີໜ້າຈໍບໍ່ປ່ຽນແປງ
  • SAMSUNG Galaxy S10|S10+ ກັບ Wireless Power Share ທີ່ສາມາດແບ່ງປັນແບັດເຕີຣີ່ໃຫ້ກັບໝູ່ຂອງທ່ານໄດ້

ເຫັນແລ້ວ Wowwww ກັບຄວາມສຸດລໍ້ານໍາສະໄໝຂອງ SAMSUNG Galaxy S10 ແລະ S10+ ກັນສຸດໆເລີຍແມ່ນບໍ່ແຟນໆ ແລະ SAMSUNG Galaxy S10|S10+ ເປີດໃຫ້ຈອງແລ້ວຕັ້ງແຕ່ມື້ນີ້ ພ້ອມຮັບຟຣີ Galaxy Buds ເຊິ່ງເປັນຫູຟັງໄຮ້ສາຍ ທີ່ສາມາດສາກກັບ Galaxy S10|10+ , ທ່ານສາມາດສັ່ງຈອງໄດ້ຕາມຮ້ານທີ່ຮ່ວມລາຍການເທົ່ານັ້ນ ເລີ່ມຕັ້ງແຕ່ມື້ນີ້ ເຖິງວັນທີ 5 ມີນາ 2019.

ສາມາດເບິ່ງລາຍລະອຽດເພີ່ມຕື່ນໄດ້ທີ່: FB/Samsung Mobile Laos

ແບ່ງປັນ