Breaking News

ໄຊຊະນະ (ເຈົ້າພໍ່ຄ້າຢາເສບຕິດ) ຖືກຄັດຄ້ານການປະກັນຕົວ

ແບ່ງປັນ

ໄຊຊະນະ (ເຈົ້າພໍ່ຄ້າຢາເສບຕິດ) ຖືກຄັດຄ້ານການປະກັນຕົວ

ໃນວັນທີ  23 ມັງກອນ 2017 ເວລາ 10:30 ທີ່ສານອາຍາ ຣາຊະດາພິເສກ ປະເທດໄທ ເຈົ້າຫນ້າທີຕຳຫຼວດປາບປາມຢາເສບຕິດ ໄດ້ຄຸມຕົວ ທ້າວ ໄຊຊະນະ ແກ້ວພິມພາ, ທ້າວຊຸມພອນ ພະນົມໄພ, ທ້າວປຸ່ນ ຊະຣິນທອນ ແລະ ນາງອ້ອຍທິບ ປັນຍາຣັກ ຜູ້ຕ້ອງຫາເຄືອຂ່າຍຢາເສບຕິດຂ້າມຊາດ ທີ່ຖືກຈັບຕົວໃນວັນທີ 19 ເດືອນ ມັງກອນ ທີ່ຜ່ານມາ ມາຂໍອຳນາດສານອາຍາຝາກຂັງໄວ້ເປັນເວລາ 12 ມື້ ໃນຄວາມຜິດຖານນຳເຂົ້າ ແລະ ຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງເພື່ອຈຳຫນ່າຍໂດຍຜິດກົດໝາຍ

ເນື່ອງຈາກການສອບສວນຍັງບໍ່ສຳເລັດເທື່ອ ຕ້ອງກວດປະຫວັດອາຊະຍາກຳຢ່າງລະອຽດ ໃນຂັ້ນຕອນການສອບສວນຜູ້ຕ້ອງຫາໃຫ້ການຮັບສາລະພາບ ແລະ ປະຕິເສດບາງສ່ວນ ຈຶ່ງຈຳເປັນຕ້ອງຂໍອຳນາດສານຝາກຂັງໃນລະຫວ່າງການສອບສວນ ຕັ້ງແຕ່ວັນທີ 23 ມັງກອນ ຫາ 3 ກຸມພານີ້ ເຊິ່ງໄດ້ມີການຄັດຄ້ານປະກັນຕົວເນື່ອງຈາກຄະດີເປັນຄວາມຜິດຮ້າຍແຮງ ແລະ ມີອັດຕາໂທດສູງ ຖ້າຫາກປ່ອຍຕົວຊົ່ວຄາວຜູ້ຕ້ອງຫາອາດຈະໄປທຳລາຍຫຼັກຖານທີ່ສຳຄັນໄດ້

ທ້າວ ໄຊຊະນະ (ລົບ) ເປັນຜູ້ຄ້າຢາເສບຕິດທີ່ຕຳຫຼວດເຝົ້າຕິດຕາມມາເປັນເວລາ 5 ປີ ແລະ ບໍ່ເຄີຍມີປະຫວັດການຄ້າແຕ່ເນື່ອງຈາກການດຳເນີນການຈັບກຸມລາຍຍ່ອຍຕ່າງໆທີ່ຜ່ານມາແມ່ນຖືກເຊື່ອມໂຍງໄປຫາທ້າວໄຊຊະນະ ຈຶ່ງຂໍສານອາຍາອອກໝາຍຈັບທ້າຍໄຊຊະນະ ແລະ ພ້ອມເຂົ້າຍຶດຊັບສິນທັງຫມົດ ໂດຍຄະດີນີ້ຕຳຫລວດໄດ້ອອກໝາຍຈັບ 9 ຄົນ ສາມາດຈັບກຸມຕົວໄດ້ 4 ຄົນ ລວມທັງສາມາດຂະຫຍາຍຜົນຍຶດຊັບສິນທັງໃນປະເທດໄທ ແລະ ປະເທດລາວແລ້ວກ່ວາ 1,000 ລ້ານບາດ.

 

ທີ່ມາຈາກ: VientianeHour

ແບ່ງປັນ