Breaking News

ເມື່ອຍ ທໍ້ ເຊັງ? ໄປເຕີມພະລັງຊີວິດຢູ່ ນະຄອນຫຼວງພະບາງ ກັນເທາະ

ແບ່ງປັນ

ເມື່ອຍ ທໍ້ ເຊັງ? ໄປເຕີມພະລັງຊີວິດແບບ Slow Life  ທີ່ ນະຄອນຫຼວງພະບາງ ປະເທດລາວ ກັນເທາະ ເພາະຂຶ້ນຊື່ເປັນເມືອງມໍລະດົກໂລກ ທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາສຳຜັດກັບ ວິຖີຊີ​ວິດອັນລຽບງ່າຍ, ເຮືອນຊານບ້ານຊ່ອງອັນເປັນເອກກະລັກ ແລະ ວັດວາອາຮາມທີ່ຍັງຄົງອານຸລັກຄວາມເກົ່າແກ່ ແລະດັ້ງເດີມໄວ້ໄດ້ເປັນຢ່າງດີ.

 

 

ປັດຈຸບັນນີ້ ກະແສການທ່ອງທ່ຽວແບບຊ້າໆ ຄ່ອຍໆເປັນຄ່ອຍໆໄປ ຊຶມຊັບກັບບັນຍາກາດອ້ອມຮອບຕົວ ຫຼື ທີ່ເພິ່ນເອີ້ນວ່າ ການໃຊ້ຊິວິດ ແບບ “Slow Life” ກຳລັງໄດ້ຮັບຄວາມນີຍົມຫຼາຍຂຶ້ນໃນກຸ່ມນັກທ່ອງທ່ຽວ ທີ່ຢາກຊອກຫາແຫຼ່ງທ່ອງທ່ຽວທີ່ສະຫງົບ ປ່ອຍໂຕ ປ່ອຍໃຈໄປນຳບັນຍາກາດທຳມະຊາດ ແລະຫຼີກໜີຈາກຄວາມວຸ້ນວາຍໃນຕົວເມືອງ.

ລອງມາເບິ່ງຮູບພາບງາມໆໃນ ນະຄອນຫຼວງພະບາງ

ແຕ່ຖ້າວ່າໄປທ່ອງທ່ຽວເມື່ອຍແລ້ວ ຄິດຢາກນັ່ງພັກ ຂໍແນະນຳເປັນຮ້ານ ເຂົ້າຈີ່ ຄາເຟ່ ເລີຍເດີ້ ເພາະບໍ່ວ່າຈະເປັນ ເຂົ້າຈີ່ ກາເຟ ຫຼື ທຸກໆເມນູໃນຮ້ານນີ້ ແຊບ ສະອາດ ລາຄາເໝາະສົມ ແຖມພໍນັ່ງແລ້ວກໍໄດ້ອາລົມ ຊຶມຊັບໄປກັບບັນຍາກາດຂອງເມືອງມໍລະດົກໂລກສຸດໆ…

ນິແລະທີ່ເອີ້ນວ່າຊີວິດແບບ Slow life.

ທີ່ມາ ແລະ ຮູບພາບ: ວາລະສານຂວັນໃຈ

Kaogee Cafe Luangprabang 

ແບ່ງປັນ