Breaking News

ກຽມພົບກັບງານ “STYLE BANGKOK” ງານຍິ່ງໃຫ່ຍ ຫາຊື້ໄດ້ຄົບ ຈົບທີ່ນີ້ທີ່ດຽວ (17-21ເມສາ 2019 ນີ້)

ແບ່ງປັນ

ມີຂ່າວງານ Event ດີໆທີ່ຈະເກີດຂຶ້ນໃນໄວໆນີ້ມາຝາກ ຫຼ້າສຸດປະເທດເພື່ອນບ້ານເຮົາກໍຈະມີການຈັດງານ “STYLE Bangkok” ໃນວັນທີ 17-21ເມສາ  2019 ເປັນງານທີ່ຍິ່ງໃຫ່ຍ ໂດຍລວມງານສະແດງສິນຄ້າໄລ້ສະຕາຍທີ່ສຳຄັນ 3ຢ່າງໄດ້ແກ່ ງານສະແດງສິນຄ້າແຟຊັ່ນ, ງານສະແດງສິນຄ້າເຄື່ອງໜັງ  ແລະ ງານສະແດງສີິນຄ້າເຄື່ອງໃຊ້ພາຍໃນບ້ານ  ແລະພ້ອມງານສະແດງສິນຄ້າດ້ານເຟີນິເຈີ

3 ຄວາມຍິ່ງໃຫ່ຍໃນງານດຽວ ຫາຊື້ໄດ້ຄົບ ຈົບທີ່ນີ້ບ່ອນດຽວ

ການລວມງານສະແດງສິນຄ້າ BIFF&BIL, BIG+BIH ແລະ  TIFF ເຊິ່ງຖືເປັນງານສະແດງສິນຄ້ານາໆຊາດທີ່ຈັດຕໍ່ເນື່ອງຍາວນານ ແລະເປັນທີ່ຍອມຮັບໃນລະດັບສາກົນເຂົ້າໄວ້ດ້ວຍກັນ ຈຶ່ງເປັນການອຳນວຍຄວາມສະດວກແກ່ຜູ້ຊື້ໃຫ້ສາມາດພົບສິນຄ້າທີ່ຫຼາກຫຼາຍ ແລະຄົບຖ້ວນພາຍໃນງານດຽວ ສາມາດຕອບໂຈດຄວາມຕ້ອງການຂອງຜູ້ຊື້ ແລະຜູ້ຂາຍທຸກປະເພດ ບໍ່ວ່າຈະເປັນຜູ້ຄ້າລາຍຍ່ອຍ, Concept Store,

ຕົວແທນຈັດຊື້ ນັກອອກແບບ, ທຸລະກິດອະສັງຫາລິມະຊັບ, ຫ້າງຊັບພະສິນຄ້າທັງພາຍໃນ ແລະຕ່າງປະເທດ ຊຶ່ງໃນໃນຂະນະດຽວກັນກໍຈະເປັນການຂະຫຍາຍໂອກາດທາງດ້ານການຄ້າຂອງຜູ້ຮ່ວມສິນຄ້າທີ່ຈະໄດ້ພົບຜູ້ຊື້-ຜູ້ຄ້າທີ່ຫຼາກຫຼາຍຍິ່ງຂຶ້ນ

Crenovative Origin ພູມປັນຍາ ສ້າງສັນ ຢ່າງມີສະໄຕ

STYLE Bangkok ເດືອນເມສາຈັດຂຶ້ນພາຍໃຕ້ຄອນເຊັບສະທ້ອນແນວຄິດໃນການປະສົມປະສານຄວາມຄິດສ້າງສັນ (Creative) ນະວັດຕະກຳ  (Innovation) ແລະ (Original) ເຂົ້າໄວ້ໃນໜຶ່ງດຽວ ໂດຍສະເໜີຈຸດເດັ່ນຂອງສິນຄ້າໄລສະຕາຍຂອງຜູ້ປະກອບການໄທທີ່ມີການຕໍ່ຍອດ ພັດທະນາຜົນງານຢ່າງສ້າງສັນ ປະສົມປະສານນະວັດຕະກຳທີ່ທັນສະໄໝ

ເວທີການຄ້າລະດັບຊາດ ເປີດໂອກາດດ້ານການສົ່ງອອກ

ງານໃນຄັ້ງນີ້ ມີຜູ້ປະກອບການເຂົ້າຮ່ວມງານທັງໄທ ແລະ ຕ່າງປະເທດ ເຊັ່ນ: ໄຕ້ຫວັນ ເກົາຫລີ ແລະ ຍີ່ປູ່ນ ຈະມີບໍລິສັດເຂົ້າຮ່ວມກວ່າ 900 ບໍລິສັດ ລວມກວ່າ 1,900 ບູດ ຄາດວ່າຈະມີຜູ້ເຂົ້າຊົມງານກວ່າ 45,000 ຄົນ ຈາກ 70 ປະເທດທົ່ວໂລກ ຄາດວ່າຈະມີເງິນໝູນວຽນພາຍໃນງານເຖິງ 2,000 ລ້ານບາດ ເອີ້ນໄດ້ວ່າເປັນເວທີການຄ້າທີ່ເປີດໂອກາດໃຫ້ຜູ້ຊື້ ແລະ ຜູ້ຂາຍໄດ້ພົບປະ ເຈລະຈາ ແລກປ່ຽນຄວາມຮູ້ ແລະ ໄດ້ອັບເດດໄລສະຕາຍຢ່າງແທ້ຈິງ

ພົບນິທັດການ ແລະໂຊນສິນຄ້າໄຮໄລ້ຈຸດແຮງບັນດານໃຈໃນທຸລະກິດ

ພາຍໃນງານນອກຈາກຈະມີສິນຄ້າໄລ້ສະຕາຍທີ່ຫຼາກຫຼາຍ ແລະຄົບຖ້ວນແລ້ວ ຍັງມີການຈັດນິເທດສະການທີ່ໜ້າສົນໃຈກວ່າ 20ນິເທດສະການ ເຊິ່ງຖືເປັນອີກໄຮໄລ້ທີ່ແຕກຕ່າງຈາກງານອື່ນໆ ໂດຍແບ່ງອອກເປັນ 3ກຸ່ມຄື:

  • ກຸ່ມຜູ້ປະກອບການໜ້າໃໝ່ SMEs ຜຸ້ປະກອບການປະກອບດ້ວຍ ການວາງສະແດງ The New Faces, ການຄ້າແຂວງ, ການວາງສະແດງສິນຄ້າ OTOP ເພື່ອການສົ່ງອອກ

  • ກຸ່ມນັກອອກແບບ ແລະ ແບຣນທີ່ໜ້າສົນໃຈເຊັ່ນ ການວາງສະແດງ Designers’ Room & Talent Thai, Innovation and Design Showcase, Niche Product  ສິນຄ້າສັດລ້ຽງ ຜູ້ສູງອາຍຸ ແມ່ແລະເດັກ ແລະກຸ່ມເຟີນິເຈີ ຂອງຕົກແຕ່ງໂຮງແຮມ ລີສອດ ແລະ ທີ່ພັກອາໄສ  (Hospitality & Home) Art Zone ແລະ ຍັງມີການວາງສະແດງສິນຄ້າເພື່ອສົ່ງເສີມຄວາມຮູ້

  • ແລະ ສ້າງແຮງບັນດານໃຈເຊັ່ນ ສິ່ງທໍທີ່ມີຄຸນສົມບັດພິເສດ Functional Textile, The Pattern Creator ພັດທະນາ ແລະ ສົ່ງເສີມນັກສ້າງຕົ້ນແບບຕັດຫຍິບສູ່ລະດັບສາກົນ, Material Solution ວາງສະແດງນຳສະເໜີແນວໂນ້ມການໃຊ້ວັດຖູດິບຕ່າງໆ ໃນການສ້າງສັນສິນຄ້າໄລ້ສະຕາຍເປັນຕົ້ນ

Shop the top quality furniture products that underline the innovative designs in various forms and material at TIFF zone @STYLE Bangkok April 2019. 17-21 April at BITEC, Bangkok.

Shop the top quality furniture products that underline the innovative designs in various forms and material at TIFF zone @STYLE Bangkok April 2019. 17-21 April at BITEC, Bangkok. Pre-register now at www.stylebangkokfair.com#TIFF#stylebangkok #stylebangkokfair #stylebangkokfair2019 #CrenovativeOrigin #DITP #internationalfair #furniturefair #furniturefair2019#furniture #designfurniture #interiordesign #homeidea #industrialdesign #innovation #modern #moderndesign #designinspiration

Posted by Style Bangkok Fair on Sunday, March 10, 2019

 

ສົນໃຈສາມາດຮ່ວມງານ  “STYLE Bangkok” ທີ່ ບາງກອກ ປະເທດໄທ ລະຫວ່າງວັນທີ  17-19 ເມສາ เวลา 10.00-18.00ໂມງ ແລະ ຈະເປີດໃຫ້ປະຊາຊົນທົ່ວໄປເຂົ້າຮ່ວມ ໃນລະຫວ່າງວັນທີ 20-21 ເມສາ ເວລາ 10.00-21.00ໂມງ.

(ສາມາດເບິ່ງລະລາຍອຽດເພີ່ມຕື່ມ ແລະລົງທະບຽນເຂົ້າເບິ່ງງານລ່ວງໜ້າໄດ້ທີ່ www.stylebangkokfair.com ແລະ FB/Style Bangkok Fair)

ແບ່ງປັນ