Breaking News

ມາເບິ່ງ! ເຈ້ນໍ້າ ເນັດໄອດໍ້ໄທ ເໝົາລົດຈຳໂບ້ລາຄາ… ເພື່ອທ່ອງທ່ຽວສະຖານທີ່ດັງໃນ ນະຄອນຫຼວງວຽງຈັນ.

ແບ່ງປັນ

ເປັນກະແສຮືຮາ ຫຼ້າສຸດ ນັດຖະນັນ ຕົ້ນສຶກສາ ຫຼຶ ເຈ້ນໍ້າ ເນັດໄອດໍ້ຂອງປະເທດໄທ ເດີນທາງມາຢ້ຽມຢາມ ປະເທດລາວ ແລະ ຍັງເໝົາລົດຈຳໂບ້ລາຄາ 150,000 ກີບ ເພື່ອທ່ອງທ່ຽວສະຖານທີ່ດັງໃນ ນະຄອນຫຼວງວຽງຈັນ ປະເທດລາວ ເຊິ່ງ ເຈ້ນໍ້າ ກໍໄດ້ເດີນທາງໄປທີ່ ວັດສີສະເກດ, ຫໍພຣະແກ້ວ, ອານຸສາວະລີ ແລະ ພຣະທາດຫຼວງ.

ພໍແຕ່ໂພສຄລິບທີ່ເນັດໄອດໍ້ຄົນນີ້ເດີນທາງມາລາວກໍເຮັດໃຫ້ມີບັນດາແຟນໆໃຫ້ຄວາມສົນໃຈເປັນຈຳນວນຫຼາຍ…

(ເບິ່ງຄລິບການເດີນທາງທ່ອງທ່ຽວໃນລາວຂອງ ເຈ້ນໍ້າ)

สบายดี๊ เช้านี้ที่เวียงจันทร์ Ep2

Posted by ณัฐนัน ต้นศึกษา on Wednesday, March 20, 2019

 

ສຳລັບ ນັດຖະນັນ ຕົ້ນສຶກສາ ຫຼຶ ເຈ້ນໍ້າ ເປັນເນັດໄອດໍ້ທີ່ມີບຸກຂະລິກໂດດເດັ່ນ ໂດ່ງດັງມາຈາກການໄລ້ສົດຂາຍເຄື່ອງຜ່ານຊ່ອງທາງ ເຟສບຸກ ປັດຈຸບັນນາງມີຄົນຕິດຕາມເຖິງ 1ລ້ານກວ່າຄົນ.

ຄລິບຈາກ: ณัฐนัน ต้นศึกษา

ແບ່ງປັນ