Breaking News

ແຟນໆກຣີດໆໆ! ນັກຮ້ອງ ວົງ ມາຍ  (Mild) ເຊັກອິນປະເທດລາວ 

ແບ່ງປັນ

ກຣີດໆໆໆ! ຂໍບອກວ່າງານນີ້ແຟນຄລັບຊາວລາວເຮົາມີກຣີດໆ ໃນວັນທີ 23 ມີນາ 2019 ທີ່ຜ່ານມາ ວົງ ມາຍ  (Mild) ນັກຮ້ອງຈາກປະເທດໄທ ໄດ້ເດີນທາງມາ ປະເທດລາວ  ເພື່ອໂຊພະລັງສຽງ ມ່ວນໆ  ໃຫ້ແຟນຄລັບຊາວລາວໄດ້ຟັງກັນແບບໃກ້ຊິດ ພ້ອມເຊັກອິນສະຖານທີ່ທ່ອງທ່ຽວດັງ ໃນນະຄອນຫຼວງວຽງຈັນ.

ສຳລັບ ວົງ ມາຍ  (Mild) ເຊື່ອວ່າແຟນໆຊາວລາວເຮົາບໍ່ໜ້ອຍທີ່ເປັນແຟນຄລັບ ພວກເຂົາມີຜົນງານເພງທີ່ມ່ວນ ເພງທີ່ເຮັດໃຫ້ແຟນໆຮູ້ຈັກພວກເຂົາກໍຄື “Unloveable”

ແລະ ຍັງມີເພງຮິດຕິດຫູຫຼາຍເພງເຊັ່ນ: ຊາໂຢນາລະ, ລັກເຣົາໄມ່ເທົ່າກັນ, ຫາກສັນຕາຍ, ຄວາມຣັກໄມ່ຜິດ ແລະ ອີກຫຼາກຫຼາຍບົດເພງທີ່ເຮັດໃຫ້ມີແຟນໆຕິດຕາມ ແລະ ເປັນ FC ຂອງພວກເຂົົາ.

ຮູບພາບຈາກ: IG/mildvocalist

ແບ່ງປັນ