Breaking News

ຮູ້ແລ້ວຈະ…ອຶ້ງ! ມາຮູ້ຈັກກັບຄຸນປະໂຫຍດດີໆຈາກການດື່ມກາເຟ.

ແບ່ງປັນ

ບາງຄົນກໍເປີດໃຈໃຫ້ກັບກາເຟ ມັກດື່ມເປັນຊີວິດຈິດໃຈ ແຕ່ບາງຄົນກໍຍັງບໍ່ອິນ ແລະ ບໍ່ຮູ້ວ່າຈະດື່ມກາເຟໄປເພື່ອຫຍັງ? ແຕ່ຮູ້ຫຼືບໍວ່າການດື່ມໃນປະລິມານທີ່ເໝາະສົມກໍຈະບໍ່ມີອັນຕະລາຍຕໍ່ຮ່າງກາຍ ເຊິ່ງຄົນເຮົາຄວນຮັບປະລິມານຄາເຟອີນໃນແຕ່ລະມື້ບໍ່ຄວນເກີນ 200-600 ມິລິກຼາມ ຄາເຟອີນໃນກາເຟຈະຊ່ວຍກະຕຸ້ນໃຫ້ສະໝອງຕື່ນຕົວ ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກມີພະລັງ ແລະຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະກາເຟຍັງຊ່ວຍຫຼຸດຄວາມສ່ຽງທີ່ຈະເປັນພະຍາດຕ່າງໆເຊັ່ນ: ໂຣກອັນໄຊເມີ ໂຣກຫົວໃຈ ໂຣກຕັບແຂງ ປະດົງຂໍ້ ແລະ ນີ່ຄື  8 ຄູນປະໂຫຍດຂອງກາເຟ ທີ່ຄວນຮູ້…

1. ຊ່ວຍຫຼຸດຄວາມຄຽດ ແລະ ອາການຊຶມເສົ້າ ການດື່ມກາເຟໃນປະລິມານທີ່ເໝາະສົມສາມາດຊ່ວຍຫຼຸດອາການຫງຸດຫງິດ ອາລົມຊຶມເສົ້າ ລວມເຖິງຊ່ວຍຄາຍຄຽດໄດ້ ເພາະການດື່ມກາເຟຈະເຮັດໃຫ້ຮູ້ສຶກມີຄວາມສຸກຈຶ່ງຊ່ວຍຫຼຸດຄວາມຄຽດໄດ້ດີນັ່ນເອງ

2. ຫຼຸດຄວາມສ່ຽງຈາກອັນໄຊເມີ ຄົນທີ່ດື່ມກາເຟໃນປະລິມານທີ່ເໝາະສົມ ຈະຊ່ວຍຫຼຸດຄວາມສ່ຽງທີ່ຈະເປັນໂຣກອັນໄຊເມີ ແລະ ສະໝອງເຊື່ອມໄດ້ໃນໄວກາງຄົນ

3. ຊ່ວຍກະຕຸ້ນດານເຮັດວຽກຂອງລະບົບເຜົາຜານ ການດື່ມກາເຟຈະສາມາດຊ່ວຍລະລາຍໄຂມັນ ເຮັດໃຫ້ເກີດການແຕກໂຕ ຄາເຟອີນຈະຊ່ວຍກະຕຸ້ນການເຮັດວຽກຂອງລະບົບ ຈຶ່ງເຮັດໃຫ້ໄຂມັນເຜົາຜານໄດ້ດີຂຶ້ນ

4. ຊ່ວຍປ້ອງກັນໝາກໄຂ່ຫຼັງ ແລະ ຖົງນໍ້າດີ ກາເຟຊ່ວຍຢັບຍັ້ງການເກີດ ໂດຍຈະຊ່ວຍປ້ອງກັນການຕົກຕະກອນຂອງຄໍເລດເຕີຣໍ ຫຼຸດການດູດຊຶມຂອງເຫຼວ ແລະ ເພີ່ມການໄຫຼຂອງນໍ້າດີ

5. ຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດຕັບ ເພາະໃນກາເຟມີກົດອະຊິຕິກ ຊ່ວຍປ້ອງກັນໂຣກມະເຮັງຕັບ ມະເຮັງລໍາໃສ້ ແລະ ມະເຮັງຊ່ອງປາກ ທັງຍັງຫຼຸດຄວາມສ່ຽງໃນການເກີດມະເຮັງໃນເຊວຕັບ

6. ຊ່ວຍຫຼຸດໂອກາດໃນການເກີດໂຣກຫົວໃຈ ມີການວິໄຈຄົ້ນພົບວ່າ ຄົນທີ່ດື່ມກາເຟຈະມີໄຂມັນ (HDL) ເພິ່ມຂຶ້ນເຊິ່ງເປັນຄໍເລດເຕີຣໍ ທີ່ດີມີປະໂຫຍດຕໍ່ຮ່າງກາຍ ໄຂມັນຊະນິດນີ້ຈະຊ່ວຍເຮັດໜ້າທີ່ໃນການກຳຈັດຄໍເລດເຕີຣໍ ຈຶ່ງຊ່ວຍປ້ອງກັນຫຼອດເລືອດແຂງຕົວ ອີກທັງຄາເຟອີນຊ່ວຍຂະຫຍາຍຫຼອດເລືອດແດງທີ່ລໍ່ລ້ຽງຫົວໃຈໃຫ້ຫຼາຍຂຶ້ນ ຈຶ່ງຊ່ວຍປ້ອງກັນໂຣກຫົວໃຈ

7. ປ້ອງກັນມະເຮັງລໍາໃສ້ ຈາກການສຶກສາພົບວ່າຜູ້ທີ່ດື່ມກາເຟສາມາດຫຼຸດການເກີດມະເຮັງລໍາໃສ້ໃຫ່ຍ ເພາະກາເຟຈະໄປກະຕຸ້ນລໍາໃສ້ໃຫ່ຍໃຫ້ຜະລິດສານທີ່ສາມາດຢຸດການກໍ່ໂຕຂອງເຊວມະເຮັງ ແລະກາເຟຍັງຊ່ວຍຢຸດການເຕີບໃຫ່ຍຂອງຈຸລິນຊີໃນລໍາໃສ້ທີ່ຈະກໍ່ໃຫ້ເກີດມະເຮັງອີກດ້ວຍ

8. ຊ່ວຍປ້ອງກັນຫອບຫືດ ຄາເຟອີນໃນກາເຟມີສ່ວນຊ່ວຍເປີດທາງເດີນຫາຍໃຈໄດ້ສະດວກຂຶ້ນ ທັງຍັງຊ່ວຍລະງັບການຕືງຄຽດຂອງປະສາດສຳຜັດສຳຮອງ ຈຶ່ງຊ່ວຍຫຼຸດການເກີດຫອບຫືດໄດ້

ເຫັນຄຸນປະໂຫຍດຂອງກາເຟທີ່ໄດ້ກ່າວມາຂ້າງເທິງແລ້ວຮູ້ສຶກ ວ້າວ ເລີຍແມ່ນບໍ່? ແຕ່ເຖິງຢ່າງໃດກໍຕາມຈົ່ງດື່ມໃນປະລິມານທີ່ພໍດີ ຄຽງຄູ່ໄປກັບການກິນອາຫານໃຫ້ຄົບ 5ໝູ່ ແລະ ອອກກຳລັງກາຍຢ່າງສະໝໍ່າສະເໝີ ຈຶ່ງຈະເຮັດໃຫ້ໄດ້ຮັບຄຸນປະໂຫຍດ ແລະ ຖ້າແຟນໆທ່ານໃດທີ່ຮູ້ສຶກຢາກໄດ້ຮັບຄຸນປະໂຫຍດດີໆດັ່ງທີ່ກ່າວມາຂ້າງເທິງ ຂໍແນະນຳກາເຟຈາກ ຮ້ານ ເຂົ້າຈີ່ (Kaogee Cafe ) ທີ່ຄັດສັນຄຸນນະພາບກາເຟທີ່ດີທີ່ສຸດມາໃຫ້ທຸກໆທ່ານໄດ້ດື່ມ ຢ່າຊ້າ…ຕ້ອງໄປລອງ!!!

ຮູບພາບ: Kaogee Cafe

ທີ່ມາ: Health Mthai Team

ແບ່ງປັນ