Breaking News

ໃຜທີ່ກຳລັງເມື່ອຍ ເຊັງ! ຄວນໄປເຈິທຳມະຊາດສີຂຽວ ນໍ້າຕົກຕາດໃສໆ ໂຫນສະລິງ ໃຊ້ຊີວິດແບບ Slow life ທີ່ຕາດຟານ (ແຂວງຈຳປາສັກ)

ແບ່ງປັນ

ສະບາຍດີ! ສະບາຍດີປີໃໝ່ 2019 ແຟນໆໝົດທຸກຄົນ ຍັງຢູ່ໃນກິ່ນອາຍຂອງ “ປີໃໝ່ລາວ” ເລີຍຈະມາຊວນທຸກຄົນມາເປີດປະສົບການໃຫມ່ສຸດທ້າທາຍ ໃນການທ່ອງທ່ຽວນ້ຳຕົກ ທີ່ບອກເລີຍວ່າບໍ່ຄືການໄປທ່ຽວນ້ຳຕົກແບບທີ່ເຄີຍໄປມາແນ່ນອນ ໃຜທີ່ກຳລັງເມື່ອຍ ເຊັງ ຫຼື ກຳລັງຊອກຫາສະຖານທີ່ພັກຜ່ອນ ເພື່ອຫາແຮງບັນດານໃຈໃໝ່ໆ ແນະນຳເລີຍວ່າຄວນໄປເຈິທຳມະຊາດສິຂຽວ ນໍ້າຕົກຕາດໃສໆ ໂຫນສະລິງ ລອງໄປພະຈົນໄພ ສ້າງປະສົບການຊີວິດ ໃຊ້ຊີວິດແບບ Slow life ທີ່ຕາດຟານ ເມືອງປາກຊ່ອງ ແຂວງຈຳປາສັກ.

ເປັນທີ່ຮູ້ກັນດີວ່າ ປາກຊ່ອງ ບໍລິເວນ ເປັນເຂດພູເຂົາໄຟເກົ່າທີ່ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດ ແລະເປັນຖິ່ນກຳເນີດກາເຟທີ່ດີທີ່ສຸດໃນປະເທດ ທີ່ສຳຄັນຍັງເປັນສູນລວມແຫຼ່ງທ່ອງທ່ຽວທາງທຳມະຊາດເປັນຈຳນວນຫຼາຍ ໂດດເດັ່ນທີ່ສຸດເລີຍແມ່ນນ້ຳຕົກຕາດ ທີ່ມີເປັນຈຳນວນຫຼາຍ ເປີດໃຫ້ເປັນສະຖານທີ່ທ່ອງທ່ຽວ ທຸກຄົນສາມາດເຂົ້າໄປທ່ຽວຫຼີ້ນໄດ້ຢ່າງງ່າຍດາຍ ນ້ຳຕົກຕາດທີ່ເປັນທີ່ນິຍົມແມ່ນ: ນ້ຳຕົກຕາດອີ່ຕູ້, ນ້ຳຕົກຕາດຈຳປີ, ນ້ຳຕົກຜາສ້ວມ, ນ້ຳຕົກຕາດເຍືອງ ແລະນ້ຳຕົກທີ່ເຮົາຈະພາທຸກຄົນໄປຮູ້ຈັກມື້ນີ້ແມ່ນ ນ້ຳຕົກຕາດຟານ ເຊິ່ງຕອນນີ້ເພິ່ນມີກິດຈະກຳເປີດໃຫມ່ ຄືການໂຫນສະລິງຂ້າມໄປອີກຟາກໜຶ່ງຂອງນ້ຳນັ້ນເອງ ຄັ້ງໜື່ງໃນຊີວິດຕ້ອງມາລອງເດີ້…

ການໂຫນສະລິງຢູ່ຕາດຟານນີ້ ເພິ່ນໃຊ້ສະລິງທັງໝົດ 5 ເສັ້ນ ໂດຍໂຫນຜ່ານນ້ຳຕົກຕາດຟານທີ່ສູງກວ່າ 300 ແມັດ ແລະເສັ້ນທີ່ເປັນໄຮໄລ້ເລີຍຄື ເສັ້ນທຳອິກຍາວເຖິງ 400 ກວ່າແມັດ ໃຊ້ເວລາປະມານ 1 ນາທີກວ່າຈະຮອດອີກຝັ່ງໜຶ່ງ ທຳອິດເຮົາຕ້ອງພາໂຕເອງມາຢູ່ຕາດຟານກ່ອນ ຈ່າຍຄ່າເຂົ້າຊົມຕາດຟານ ຫຼັງຈາກຈ່າຍເງິນຮຽບຮ້ອຍແລ້ວ ກໍຍ່າງເຂົ້າໄປທາງບໍ່ໄກ ຈະເຫັນຈຸດຊົມວີວຂອງຕາດ ເຊິ່ງເຫັນພາບກວ້າງຂອງຕາດຟານທີ່ໄຫຼໂຕນລົງມາ ຈາກເທິງພູສູ່ຫຸບເຫວນ້ຳທີ່ເລິກລົງໄປທາງລຸ່ມ ໄດ້ຍິນສຽງນ້ຳກະທົບຫີນຜາດັງຊ່າໆ ໃບໜ້າເຮົາສຳຜັດໄດ້ເຖິງລະອອງນ້ຳທີ່ພັດມາກັບສາຍລົມ ຮູ້ສຶກຊຸ່ມເຢັນ ແລະຜ່ອນຄາຍແບບບອກບໍ່ຖືກ ນີ້ແຫຼະພະລັງຂອງທຳມະຊາດ ຈຸດນີ້ນັກທ່ອງທ່ຽວທຸກຄົນຕ້ອງຢຸດ ເພື່ອຖ່າຍຮູບເຊວຟີ້ ໃຫ້ໂລກຮູ້ວ່າ ຂ້ອຍມາຮອດຕາດຟານແລ້ວວວວ!!!

ເມື່ອຍ່າງຕາມທາງ ທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່ອາຍຸຫຼາຍສິບປີເຕັມສອງເບື້ອງໄປບໍ່ໄກ ຈະເຫັນບ່ອນຂາຍປີ້ໂຫນສະລິງຢູ່ດ້ານຂວາມື ພ້ອມທັງແນມເຫັນທີມງານຂອງເພິ່ນ ກຽມຕ້ອນຮັບແຂກທີ່ມັກຄວາມທ້າທາຍ ຄວາມຮູ້ສຶກຕື່ນເຕັ້ນກໍເຂົ້າມາ ສຽງຫົວໃຈເຕັ້ນຖີ່ຂຶ້ນເມື່ອ ແນມເຫັນປຸປະກອນການຫ້ອຍໂຫນຕ່າງໆທີ່ເພິ່ນກະກຽມໄວ້ຄອຍຖ້າ ຄ່າໂຫນຕໍ່ຄົນຈະຕົກຢູ່ທີ່ 350,000 ຄົນ ຫຼື 40 ໂດລາ ລາຄານີ້ສະເພາະໄລຍະ ໂປຣໂມຊັ່ນເທົ່ານັັ້ນເດີ້ພີ່ນ້ອງ (ແຕ່ຖ້າຈະໄປແທ້ໆ ແນະນຳໃຫ້ກວດກາລາຄາໃຫ້ດີໆກ່ອນ) ຫຼັງຈາກຈ່າຍເງິນແລ້ວ ແລ້ວທີມງານຂອງເພິ່ນກໍເລີ່ມການສາທິດ ວິທີການໂຫນສະລິງ ແລະການໃສ່ອຸປະກອນໃຫ້ຖືກຕ້ອງ ເພື່ອຄວາມປອດໄພໃນເວລາທີ່ເຮົາຫ້ອຍໂຫນກາງອາກາດ ຫຼັງຈາກທີ່ຮຽນຮູ້ວິທີຕ່າງໆໃນການໃຊ້ອຸປະກອນໃຫ້ປອດໄພທີ່ສຸດແລ້ວ ກໍຮອດເວລາປະຕິບັດຕົວຈິງກັນເລີຍ ມື້ນີ້ພວກເຮົາຂໍຈັດໜັກຈັດເຕັມກັນແດ່ຈັກຄັ້ງໜຶ່ງໃນຊີວິດ ຂໍປ່ຽນບັນຍາກາດ ຈາກການຫ້ອຍໂຫນທຳມະະດາ ມານັ່ງເປທີ່ມັດໃສ່ກາງເສັ້ນສະລິງສາຍດຽວ ຊົມວີວງາມໆ ທີ່ທັງທ້າທາຍ ແລະແປກແຕກຕ່າງອອກໄປຈາກບ່ອນອື່ນໆ ດ້ວຍການຂໍໃຫ້ທີມງານ fly@tadfane ມັດເປຢູ່ເສັ້ນສະລິງກາງນ້ຳຕົກວ່າຊັ້້ນ ບໍ່ທຳມະດາແມ່ນບໍ່?

ເມື່ອຢືນຢູ່ຈຸດປ່ອຍໂຕ ໂດຍມີທີມງານໜື່ງຄົນ ໄປຖ້າຮັບອີກເບື້ອງໜື່ງຂອງສະລິງແລ້ວ ປະ!!! ພ້ອມແລ້ວ ລຸຍເລີຍຍຍຍຍຍ!!! ບັນຍາກາດຕອນປ່ອຍໂຕຮູ້ສຶກຄືກຳລັງຈະຕົກຕຶກສູງໆນິແລະ ເປັນຄວາມຮູ້ສຶກທີ່ອະທິບາຍບໍ່ຖືກ ຕ້ອງມາລອງເອງ ພໍໂຫນໄປຮອດກາງສະລິງກໍເບກທັນທີ ແລ້ວມີອ້າຍທີມງານເພິ່ນໂຫນຕາມມາ ເພື່ອກວດເບິ່ງຜູກເປ ແລະເບິ່ງເຍງເຮົາຢ່າງໃກ້ຊິດລວມໄປເຖິງເລື່ອງຖ່າຍຮູບ 555 ແລ້ວພວກເຮົາກໍພາໂຕຂື້ນໄປນັ່ງໃນເປ ທີ່ທີມງານເພິ່ນນຳມາມັດໄວ້ໃຫ້ ບອກເລີຍວ່າຄັກສຸດໆ ໄດ້ນັ່ງກົ້ມເບິ່ງນ້ຳຕົກຕາດຟານໃນມູມທີ່ບໍ່ເຄີຍເຫັນມາກ່ອນ ໄດ້ເຫັນສາຍຮຸ້ງໂຄ້ງຜ່ານນ້ຳຕົກທັງສອງສາຍ ຮູ້ສຶກອີ່ມໃຈ ທີ່ເຮົາໄດ້ຂ້າມຜ່ານຂີດຈຳກັດໂຕເອງໄປອີກຂັ້ນໜຶ່ງແລ້ວ (ໂອ້ຍ!! ຮູ້ສຶກດີ) ກັບທຳມະຊາດອ້ອມຂ້າງ ມັນເປັນພາບທີ່ສວຍງາມຫຼາຍ ເຊິ່ງເສັ້ນສະລິງທີ່ພວກເຮົາມັດເປຢູ່ນີ້ ຂໍບອກວ່າມັນຍາວ 450 ແມັດ ເຊິ່ງຖືວ່າເປັນເສັ້ນທີ່ຍາວທີ່ສຸດ ແລະແນມເຫັນວີວໄດ້ແບບອ້ອມທິດທາງ 360 ອົງສາກັນເລີຍ ບາງຄົນສາມາດນຳກາເຟໄປນັ່ງດື່ມກາງເສັ້ນສະລິງ ຊົມວິວງາມໆໄປ ດື່ມກາເຟໄປນຳ  ຫຼັງຈາກເຕັມອີ່ມກັບການເຊວຟີຊື່ນຊົມກັບທຳມະຊາດແລ້ວ ເຮົາກໍລົງຈາກເປ ແລ້ວດຶງເສັ້ນສະລິງໄປຈຸດປ່ອຍໂຕທີ່ ສອງ-ສາມ-ສີ່ຕໍ່ໄປ ໂຫນໄປຮ້ອງໄປຈົນສຸດສຽງ ຄືມັນສູງຈາກໜ້າດິນເກືອບໆ 500 – 600 ກວ່າແມັດ ໂຫນໄປເລື້ອຍໆຈົນຄົບ ກໍຍ່າງຂຶ້ນມາຕື່ມອີກປະມານ 100 ແມັດ ກໍຮອດຈຸດທີ່ເຮົາເລີ່ມຕົ້ນ ແລ້ວຖອດອຸປະກອນສົ່ງຄືນທີມງານເພິ່ນ ກໍເປັນອັນວ່າການໂຫນສະລິງຂອງພວກເຮົາໃນຄັ້ງນີ້ ຈົບລົງໂດຍສົມບູນແບບ (ເອົ້າ!! ຖ້າຫຍັງ ຕົບມືດ່ວນນນ 555)

ໃຜທີ່ມັກທ່ຽວທຳມະຊາດ ແບບທ້າທາຍ ແຖມຍັງໄດ້ເອົາຊະນະໃຈຕົນເອງ ບໍ່ຕ້ອງໄປຊອກໃສໄກໆເດີ້ ຄົນລາວທ່ອງທ່ຽວ ປະເທດລາວ ດີທີ່ສຸດ.

(ຢ່າລືມແຊຣ ແລະ Tag ໝູ່ ອອກໄປພະຈົນໄພນຳກັນໂລດເດີ້!!!)

ຂໍ້ມູນ ແລະ ຮູບພາບ: (ວາລະສານ ຂວັນໃຈ)

ແບ່ງປັນ