Breaking News

ເປີດເຜີຍແລ້ວ! ຊຸດ ແລະ ເລີ້ງເຄີ້ງ ທີ່ນາງສັງຂານ 2019 ຈະໄດ້ໃສ່ (ງົດງາມຫຼາຍໆ )

ແບ່ງປັນ

ຮູ້ສຶກຕື່ນເຕັ້ນ ໃກ້ເວລາເຂົ້າມາເຕັມທີ່ແລ້ວສຳລັບການປະກວດ ນາງສັງຂານ ນະຄອນຫຼວງພະບາງ ປະຈຳພສ 2562 ຄສ 2019 ກ່ອນໜ້ານີ້ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າຂອງນ້ອງໆນາງສາວຜູ້ເຂົ້າປະກວດທັງ 30 ຄົນ ໃຫ້ແຟນໆໄດ້ເຫັນກັນແລ້ວ, ຫຼ້າສຸດກໍໄດ້ມີການເປີດເຜີຍ ຊຸດ ແລະ ເລີ້ງເຄີ້ງ (ມົງກຸດ) ທີ່ນາງສັງຂານ ປະຈຳປີ ພສ 2562 ຄສ 2019 ຈະໄດ້ສວມໃສ່.

ສາຍສະພາຍ ນາງສັງຂານ ຄືສິ່ງທີ່ມີຄຸນຄ່າ ປັກດ້ວຍໄໝຄຳ ທີ່ມີຄວາມງົດງາມ ສຳລັບຜູ້ທີໄດ້ອັນດັບ 1 2 3.

ອອກມາແລ້ວແບບເລີ້ງເຄີ້ງ ຫຼື ມຸງກຸດ ຂອງນາງສັງຂານ ປະຈຳປີ ພສ 2562 ຄສ 2019.

ສຳລັບ “ເລີ້ງເຄີ້ງ” ຄືສຸດຍອດແຫ່ງລາງວັນກຽດຕິຍົດທີ່ແມ່ຍິງນະຄອນຫຼວງພະບາງໄຝ່ຫາ ບົ່ງບອກເຖິງຄວາມງາມ ແລະ ຄວາມສຳເລັດ.​ ຜະລິດຈາກຄຳແທ້ 100%.

ສຳລັບປີນີ້ “ນາງສັງຂານ ທຸງສະເທວີ” ແມ່ນຈະໄດ້ຂີ່ ພະຍາຄຸດ ເປັນພາຫະນະ ສຳເລັດແລ້ວ 90% ເຫຼືອພຽງຕົບແຕ່ງຜ້າ ແລະ ດອກໄມ້ສົດ.

ໄດ້ເຫັນຊຸດ ເຫັນມົງກຸດ ແລະ ພາຫະນະຂອງ ນາງສັງຂານ ແລ້ວກໍອົດໃຈບໍ່ໄດ້ທີ່ຈະຢາກຮູ້ວ່າໃນປິນີ້ິ້ສາວງາມຄົນໃດຈະໄດ້ເປັນ “ນາງສັງຂານ ທຸງສະເທວີ”, ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ນ້ອງໆທັງ 30 ຄົນໃນການປະກວດ ນາງສັງຂານ ນະຄອນຫຼວງພະບາງ 2019 ໃນຮອບຕັດສິນ ວັນທີ 12 ເມສາ 2019 ນີ້.

(ຂໍຂອບໃຈສຳລັບຮູບພາບ)

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ນາງສັງຂານ ນະຄອນຫຼວງພະບາງ 2019 ຈະແມ່ນໃຜ? (ແຕ່ລະຄົນຈະມີຄວາມງາມຊໍ່າໃດ…ມາເບິ່ງ!!)

ແບ່ງປັນ