Breaking News

ຫ່າງຫາຍໄປດົນ! ລູກນໍ້າ ທິດາລັດ ເຄື່ອນໄຫວຄັ້ງທຳອິດ ພ້ອມໂພສຮູບ-ແຄັບຊັ່ນທັກທາຍແຟນໆແບບນີ້…

ແບ່ງປັນ

ຫ່າງຫາຍກັນໄປເປັນເດືອນ ຫຼັງຈາກທີ່ມີຂ່າວດັງຂ້າມປະເທດກັນໄປຊ່ວງໜຶ່ງ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິລິ ກໍເຄື່ອນໄຫວຄັ້ງທຳອິດ ໃນວັນທີ 9 ເມສາ 2019 ທີ່ຜ່ານມາ ພ້ອມທັງກັບມາທັກທາຍແຟນໆ ໂດຍການໂພສຮູບຜ່ານ ເຟສບຸກ ແລະ ອິນສະຕຣາແກຣມ ໃຫ້ແຟນໆໄດ້ອັບເດດກັນແລ້ວເດີ້…

ເຊິ່ງ ສາວ ລູກນໍ້າ ທິດາລັດ ກໍມາໃນຮູບພາບ ຍິ້ມແຍ້ມແຈ່ມໃສ ພ້ອມ ແຄັບຊັ່ນໜ້າຮັກໆວ່າ: “ໃກ້ປີໃຫມ່ແລ້ວດີໃຈເດ”

ໃກ້ປີໃຫມ່ແລ້ວດີໃຈເດ❤

Posted by Louknum Vongsili on Tuesday, April 9, 2019

 

ພໍແຕ່ໂພສຮູບນີ້ບໍ່ພໍຂ້າມຄືນກໍເຮັດໃຫ້ມີບັນດາແຟນໆເຂົ້າມາກົດໄລ້ ສະແດງຄວາມຄິດເຫັນ ແລະ ທັກທາຍຕອບ ສາວ ລູກນໍ້າ ທິດາລັດ ກັນຢ່າງຫຼວງຫຼາຍ.

ເອົ້າ! ໃຜທີ່ເປັນແຟນຄລັບຂອງສາວຄົນນີ້ກໍຝາກເປັນກຳລັງໃຈໃຫ້ນາງກັນຫຼາຍໆແດ່ເດີ້ ເພາະ ລູກນໍ້າ ທິດາລັດ ກັບມາແລ້ວວວ!!!

ຮູບພາບຈາກ: Louknum Vongsili

ແບ່ງປັນ