Breaking News

 ບໍລິສັດ ຕັນຈົງມໍເຕີລາວ ຮ່ວມສະຫຼອງປີໃຫມ່ລາວກັບສູນສາມເອັດສ໌ຂອງນີສສັນ Nissan ທີ່ເປີດໃຫມ່ ສາຂາ ດອນແດງ

ແບ່ງປັນ

ໃນເດືອນເມສາ ປີ 2019 – ຕັນຈົງມໍເຕີລາວ (Lao) Sole Co. , Ltd. (“TCML”), ເຊີ່ງເປັນບໍລິສັດຕົວແທນຈຳໜ່າຍລົດນີສສັນ Nissan ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ເຫດ ຂອງປະເທດມາເລເຊຍ Tan Chong Motor Holdings Bhd (Malaysia) ໄດ້ປະສົບຜົນສຳເລັດຄັ້ງສຳຄັນໂດຍການປະກາດການຂະຫຍາຍສາຂາໃໝ່ຫຼ້າສຸດໃນນະຄອນຫຼວງວຽງຈັນ.

ຝ່າຍບໍລິຫານຂອງຕັນຈົງມໍເຕີ Tan Chong Motor ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ທ້ອງຖີ່ນໄດ້ຮ່ວມສະຫຼອງປີໃຫມ່ລາວທີ່ຫ້ອງສະແດງລົດຍົນຂອງນີສສັນ Nissan ເຊີ່ງເປັນຫ້ອງທີ່ຫາກໍ່ເປີດໃຫມ່ ແລະ ປັດຈຸບັນທາງບໍລິສັດມີຫ້ອງຂາຍ ລົດຍົນ ຫຼື ສູນຂາຍລົດ ດ້ວຍກັນສີ່ ບ່ອນໃນລາວ

ທ່ານ ຊົງ ຈູນ ເບັງ ຜູ້ບໍລິຫານຂອງບໍລິສັດຕັນຈົງມໍເຕີລາວ ແລະ ກຳປູເຈຍໄດ້ກ່າວວ່າ, “ທາງບໍລິສັດໄດ້ວາງແຜນທຸລະກິດຢ່າງຕໍ່ເນື່ອງໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມເຖີງການຂະຫຍາຍສາຂາຂອງບໍລິສັດໃຫ້ເຂົ້າເຖີງຕະຫຼາດຫຼາຍຂື້ນກວ່າເກົ່າ. ພ້ອມທັງແນະນຳລົດລຸ້ນໃຫມ່ໆ ທີ່ທາງບໍລິສັດຜະລິດອອກມາເພື່ອເປັນການຕອບສະໜອງຄວາມຕ້ອງການທີ່ເພີ່ມຫຼາຍຂື້ນຂອງລູກຄ້າທີ່ຢູ່ຕ່າງແຂວງ.

ທາງບໍລິສັດຕັນຈົງ ມໍເຕີໃນລາວ Tan Chong motor (Laos) ນໍາສະເໜີການຈະເລີນເຕີບໂຕຂອງຕະຫຼາດທີ່ມີແນວໂນ້ມສູງຂື້ນ ແລະ ທາງຝ່າຍບໍລິຫານຄາດວ່າຍອດຂາຍຈະເຕີບໂຕຢ່າງຕໍ່ເນື່ອງ ແລະ ມີຄວາມໝັ້ນຄົງໃນອີກສອງສາມປີຂ້າງໜ້າ. ດ້ວຍການເປີດຕົວຂອງ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA ເມື່ອສອງສາມເດືອນທີ່ຜ່ານມາ…ຊື່ງເປັນສັນຍາລັກອັນດີຂອງບໍລິສັດໃນອຸດສາຫະກຳລົດຍົນໃນພື້ນທີ່”

ທາງບໍລິສັດໄດ້ຈັດງານໃຫ້ຄືກັບງານ ຄາຣ໌ນິວໍລ໌ carnival ຊື່ງພ້ອມຈະນຳຄວາມສຸກມາໃຫ້ມວນຊົນທີ່ມາເຂົ້າຮ່ວມໃນງານ ພາຍໃນງານຍັງມີເກມ ແລະ ກິດຈະກຳຕ່າງໆ ສຳລັບເດັກເຊັ່ນ ສະລອຍນໍ້າ, ປືນນໍ້າ, ການແຂ່ງຂັນລະບາຍສີ, ແລະ ອື່ນໆ. ຂະນະທີ່ຜູ້ປົກຄອງກໍ່ຕື່ນເຕັ້ນກັບການທົດລອງຂັບ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA.

ທາງຫ້ອງສະແດງລົດຍົນໃນປັດຈຸບັນຂອງບໍລິສັດຍັງມີແກລເລີລີ gallery ຂະຫນາດໃຫຍ່ທີ່ສາມາດສະແດງລົດຍົນໄດ້ເຕັມຮູບແບບ ບໍ່ວ່າຈະເປັນ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA. ນີສສັນ ເອີແວນ Nissan URVAN, ນີສສັນ ນາວາຣາ ພຣີມ້ຽມ ພລັສ໌ Nissan NAVARA Premium Plus ແລະ ນີວ ນິສສັນ ເອັກຊ໌ ທຽວ New Nissan X-TRAIL.

ຊື່ງລູກຄ້າຈະໄດ້ຮັບຄວາມສຸກກັບການທີ່ໄດ້ສຳພັດຮູບລັກຂອງການຂັບເຄື່ອນອັນສຸດຍອດຂອງນີສສັນ Nissan. ສຳລັບກິດຈະກຳການເປີດງານສອງວັນຂອງບໍລິສັດໄດ້ມີລູກຄ້າທີ່ໂຊກດີໄດ້ຮັບຂອງລາງວັນຈາກການຈັບສະຫຼາກແຈກຂອງລາງວັນ ແລະ ຍັງມີຜູ້ທີ່ເຂົ້າມາຮ່ວມງານບາງທ່ານໄດ້ຮັບບັດກຳນັນຕ່າງໆ.

ສູນນີີສສັນສາມເອັດສ໌ Nissan 3S ໄດ້ເປີດໃຫມ່ຢ່າງເຕັມຮູບແບບ ເຊີ່ງເປັນຕົວແທນໃຫ້ກັບການຂາຍ, ການໃຫ້ການບໍລິການ ແລະ ຂາຍເຄື່ອງອາໄຫຼ່ຕ່າງໆ ທີ່ພ້ອມຈະໜອງການບໍລິການທີ່ສະດວກສະບາຍໃຫ້ແກ່ລູກຄ້າຢ່າງເຕັມຮູບແບບ ນັບແຕ່ການບໍລິການຫຼັງການຂາຍ ການສະໜອງກຳລັງການຜະລິດ ແລະ ຄວາມສາມາດໃນການຮອງຮັບລົດຍົນນີສສັນ Nissan ທີ່ເພີ່ມຫຼາຍຂື້ນໃນກຳແພງນະຄອນຫຼວງວຽງຈັນ.

ນີສສັນຍັງຄົງຕໍ່ເນື່ອງຂະຫຍາຍຕົວໃນລາວ ແລະ ສະໜອງຄວາມພື່ງພໍໃຈໃຫ້ແກ່ລູກຄ້າຊື່ງເປັນບຸລິມະສີດອັນສຳຄັນທີ່ມອບໃຫ້ລູກຄ້າຂອງບໍລິສັດ. ບໍລິສັດ ຕັນ ຈົງ ມໍເຕີ ລາວ  Tan Chong Motor Lao ມຸ່ງເນັ້ນທີ່ຈະເພີ່ມປະສິດທິພາບການດຳເນີນການຫຼັງການຂາຍ ແລະ ມີຈຸດປະສົງທີ່ຈະເປັນໜື່ງແບຣນ brand ລົດຍົນທີ່ໄດ້ຮັບຄວາມນີຍົມໃນລາວ. ດັ່ງນັ້ນ ໃນຊ່ວງປີໃຫມ່ລາວ ທີມງານບໍລິການຫຼັງການຂາຍຈະໃຫ້ບໍລິການກວດສະພາບລົດຍົນຟຣີໃນອັດຕາພິເສດໃນການບໍລິການ ສ່ວນຫຼຸດອະໄຫຼ່ແທ້ຈາກນີສສັນ

Nissan ແລະການປ່ງນຖ່າຍນ້ຳມັນເຄື່ອງລົດຍົນ ເພື່ອລົດຄວາມກັງວົນຂອງລູກຄ້າທີ່ຈະເດີນທາງກັບບ້ານໃນຊ່ວງປີໃຫມ່ ເຊີ່ງໄລຍະການຈັດງານເລີ່ມແຕ່ ວັນທີ 8.04.2019 – 12.05.2019 ລວມ 5 ວັນ.

ລູກຄ້າແລະສະມາຊິກທີ່ມີຄວາມສົນໃຈສາມາດໂທຫາຝ່າຍບໍລິການໄດ້ດັ່ງຕໍ່ໄປນີ້

1) ບ້ານຈອມແຈ້ງ, ຖະໜົນທ່າເດືອ, ເມືອງສີສັດຕະນາກ              : (+856 21) 316 073

2) ບ້ານ ດອນແດງ,  ເມືອງຈັນທະບູລີ                          : (+856 21) 565056

2) ເມືອງສຸນັນທາ, ເມືອງໄກສອນພົມວິຫານ                                               : (+856 30) 5270 131

3) ຖະໜົນສຸພານຸວົງ ເອັບເວນນູ & ຖະໜົນກ້າວແລ້ວ, ບ້ານສີໄຄ, ເມືອງສີໂຄດຕະບອງ : (+856 21) 520 990

4) ຖະໜົນສາລາຄອຍດົງຈອງ, ບ້ານສະໜາມໄຊ, ເມືອງປາກເຊ                       : (+856 30) 9688 889

ລູກຄ້າ ແລະ ສະມາຊີກທີ່ມີຄວາມສົນໃຈສາມາດເຂົ້າມາຢ້ຽມຊົມແລະທົດລອງຂັບ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA, ນີສສັນ ນາວາຣາ ພຣີມ້ຽມ ພລັສ໌ Nissan NAVARA Premium Plus ແລະ ນີວ ນິສສັນ ເອັກຊ໌ ເທັລ New Nissan X-TRAIL ໄດ້ທີ່ຫ້ອງສະແດງລົດຍົນນີສສັນ Nissan Showroom ຫຼື ໂຣດໂຊສ໌ Roadshows.

ສຳລັບການສອບຖາມຂໍ້ມູນກ່ງວກັບລົດທຸກລຸ້ນຂອງນີສສັນ Nissan ໃນລາວ, ທ່ານສາມາດເຂົ້າຊົມໄດ້ທີ່ເວັບໄຊທ໌ www.nissan-lao.la ຫຼື ທ່ານສາມາດຕິດຕາມໜ້າເຟດສ໌ບຸກຄ໌ຂອງນີສສັນລາວໄດ້ທີ່ fb.com/NissanLaos/

ແບ່ງປັນ