Breaking News

ອົກຫັກຂ້ອນປະເທດ! Mister United Asia 2018 ເຂົ້າພິທີໝັ້້ນກັບຫວານໃຈ ກຽມແຕ່ງທ້າຍປີນີ້ (ຂໍສະແດງຄວາມຍິນດີ)

ແບ່ງປັນ

Congratulations!!! ຂໍສະແດງຄວາມຍິນດີນຳຫຼາຍໆ ເຮັດເອົາສາວໆຂ້ອນປະເທດອົກຫັກກັນເປັນແຖບໆ ຫຼ້າສຸດມີຂ່າວດີຂອງ ບອຍ ໄຊຍະເວດ  ພັນປະເສີດ ເຈົ້າຂອງລາງວັນ Mister United Asia 2018 ໄດ້ເຂົ້າພິທີໝັ້ນກັບຫວານໃຈ ສາວ ມິນູ່ ທັນທະວົງ ເປັນທີ່ຮຽບຮ້ອຍ ແລະ ຈະມີພິທີແຕ່ງດອງໃນທ້າຍປີ 2019 ນີ້ອີກດ້ວຍ… (ວ້າວວວ ຂໍສະແດງຄວາມຍິນດີກັບທັງສອງຫຼາຍໆເລີຍເດີ້)

ແລະ ຄູ່ຮັກຄູ່ນີ້ກໍໄດ້ອັບເດດໃຫ້ບັນດາແຟນໆ ແລະ ໝູ່ເພື່ອນຜ່ານເຟສບຸກ ທັງໂພສຮູບພິທີໝັ້ນ ທັງໂຊແຫວນທີ່ໃສ່ໃນນິ້ວນາງຂ້າງຊ້າຍຂອງທັງສອງ ແຖມ Tag ກັນໄປມາ ໃຫ້ແຟນໆໄດ້ອິດສາໃນຄວາມຫວານ ຄວາມໜ້າຮັກຂອງທັງສອງກັນແບບສຸດໆ ເບິ່ງແລ້ວເຂີນແທນ ໂອ້ຍຍຍ!!! ຫວານເວີ້.

ບອກເລີຍງານນີ້ ສາວໆທີ່ແອບແຍງ ໜຸ່ມ ບອຍ ໄຊຍະເວດ Mister United Asia 2018 ມີອົກຫັກກັນເປັນແຖບເລີິຍເດີ້ (555)

ເອົາເປັນວ່າຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງອີກຄັ້ງເນາະ ເປັນຄູ່ທີ່ໜ້າຮັກຫຼາຍໆ.

ຮູບພາບ: fb/Boy Xayaveth.

ແບ່ງປັນ