Breaking News

ອະລັງການ! ສິງກະໂປ ເປີດໂຕນໍ້າຕົກໃນຮົ່ມທີ່ສູງທີ່ສຸດໃນໂລກ

ແບ່ງປັນ

ອີງ​ຕາມ ສຳນັກ​ຂ່າວຣອຍ​ເຕີ,​ເມື່ອ​ບໍ່​ດົນ​ມາ​ນີ້ ສິງກະ​ໂປ ​ເປີດ​​​ໃຫ້​ບໍລິການ​ນ້ຳຕົກ​ ໃນ​ຮົ່ມ​ສູງ​ທີ່​ສຸດ ໃນ​ໂລກ 40 ​ແມັດ ຢູ່​ໃນ​ຮ້ານ​ຄ້າ​ໃຫຍ່ ທີ່ມີຊື່​ວ່າ ຈີ​ເວລ ຄອມ​​ເພ​ລັກ ໃນມູນ​ຄ່າ​ ການ​ກໍ່ສ້າງ 1,3 ຕື້​ໂດ​ລາ​ສະຫະລັດ

​ໃນ​ຂະໜາດ​ພື້ນ​ທີ່ 135.700 ຕາ​ແມັດ​ ຢູ່ສະໜາມ​ບິນສາກົນ ​ຊາງ​ງີ ​ເພື່ອ​ດຶງ​ດູດ ນັກ​ທ່ອງ​ທ່ຽວ ​ໂດຍ​ສະ​ເພາະ ໃນ​ອຸດສາຫະກຳ​ ການບິນ ​ແລະ ຈັດ​ຫາ​ສິ່ງ ​ອຳນວຍ​ຄວາມ​ສະດວກ ທີ່​ຫລາກ​ຫລາຍ ​ເພື່ອ​ໃຫ້​ຜູ້​ໂດຍສານ ທີ່​ເດີນທາງ​ມາ​ກັບ ​ເຮືອບິນ ສາມາດ​ໃຊ້​ເວລາ​ຢ່າງ​ຄຸ້ມ​ຄ່າ

​ໃນ​ລະຫວ່າງ​ ການ​ຕໍ່​ເຮືອບິນ ​ໃນ​ສະໜາມ​ບິນ​ສາກົນ ຊາງ​ງີ ທີ່​ໄດ້​ຮັບ​ຄະ​ແນນ​ສຽງ ​ໃຫ້​ເປັນ​ສາຍ​ການບິນ ທີ່​ດີ​ທີ່​ສຸດ​ໃນ​ໂລກ 7 ປີຕິ​ດຕໍ່​ກັນ ​ແລະ ປີ​ກາຍ​ນີ້ ຮັບຮອງ​ຜູ້​ໂດຍສານ 65,5 ລ້ານ​ເທື່ອ​ຄົນ.

ທີ່ມາ: ຂປລ

ແບ່ງປັນ