1. Carmen Carrera
Carmen Carrera ຄືໜຶ່ງໃນນາງແບບບທີ່ກ້າບອກທຸກຄົນວ່ານາງເປັນ Transgender ແລະ ປະສົບຜົນສຳເລັດຢ່າງຍິ່ງໃນວົງການແຟຊັ່ນ ນາງມີຊື່ສຽງແລະໂດ່ງດັງ ເປັນທີ່ຮູ້ຈັກທົ່ວໂລກຈາກລາຍການດັງ “RuPaul’s Drag Race” ແລະ “RuPaul’s Drag U” ສາວຂ້າມເພດຄົນນີ້ໄດ້ສ້າງແຮງບັນດານໃຈໃຫ້ກັບຊາວຮັກຮ່ວມເພດ ແລະ ມີບົດບາດຢ່າງຍິ່ງໃນດ້ານສິດທີຄວາມເທົ່າທຽມ (Trans-Equality) ແລະ ດ້ານຄວາມງາມທີ່ແຕກຕ່າງ (Beauty in Different)

2. Andreja Pejic
ເວົ້າເຖິງນາງແບບຂ້າມເພດ ຄົງບໍ່ມີໃຜບໍ່ຮູ້ຈັກ Andreja Pejic ສາວຂ້າມເພດຄົນນີ້ເປັນນາງແບບທີມີໜ້າຕາປະສົມລະຫວ່າງ ຊາຍ ແລະ ຍິງ ໄດ້ຢ່າງລົງໂຕ ໂດຍກ່ອນໜ້ານີ້ Andrej ເປັນ Androgynous model ເດີນແບບຖ່າຍແບບໄດ້ທັງຜູ້ຊາຍແລະແມ່ຍິງ ແຕ່ຫຼັງຈາກທີ່ຜ່າຕັດແປງເພດເມື່ອປີ 2014 ລາວກໍກາຍເປັນນາງແບບຂ້າມເພດຢ່າງເຕັມຕົວ ຈົນໄດ້ຂຶ້ນຊື່ວ່າເປັນຊີມໂບລິກຂອງ Unisex, ຢ່າງໃດກໍຕາມ Andreja Pejic ກໍຕ້ອງການສະແດງໃຫ້ເຫັນວ່າ ການເລືອກທີ່ຈະເປັນຕົວເອງເຮັດໃຫ້ມີຄວາມສຸກທີ່ສຸດ ແລະ ບໍ່ວ່າຈະເປັນນາຍແບບ ຫຼຶ ນາງແບບ ກໍສາມາດປະສົບຜົນສຳເລັດໄດ້ເຊັ່ນດຽວກັນ

3. Nathalie Westling
Nathalie Westling ເປີດໂຕໃນຖານະນາງແບບຕັ້ງແຕ່ປີ 2014 ພ້ອມໄດ້ເປັນນາງແບບໃຫ້ແບຣນດັງໆຫຼາກຫຼາຍ ຈົນເມື່ອປີທີ່ຜ່ານມານາງກັບໄດ້ງຽບຫາຍໄປຈາກວົງການແຟຊັ່ນເປັນເວລາ 6ເດືືອນ ແລະ ໃນມື້ນີ້ນາງກັບມາປະກາດຮັບງານອີກຄັ້ງ ແຕ່ຈະຂໍຮັບງານໃນຖານະນາຍແບບຂ້າມເພດ ແລະ ປ່ຽນຊື່ໃໝ່ເປັນ Nathan Westling

4. Teddy Quinlivan
Teddy Quinlivan ນາງເປັນນາງແບບໜ້າໃໝ່ທີ່ໜ້າຈັບຕາເບິ່ງສຸດໆ ສາວຂ້າມເພດຄົນນີ້ເປັນນາງແບບໃຫ້ແບຣນດັງໆມາແລ້ວຫຼາຍແບຣນເຊັ່ນ Tory Burch, Louis Vuitton, Gucci, Dior, Maison Margiela, Altuzarra ແລະ ຍັງບໍ່ໝົດນາງຍັງໄດ້ຍ່າງເທິງຣັນເວ New York Fashion Week S/S 2018 ອີກດ້ວຍ

5. Valentina Sampaio
Valentina Sampaio ນາງແບບຊາວ Brazil ທີ່ເຮັດສະຖິຕິເປັນນາງແບບ Transgender ຄົນທຳອິດທີ່ໄດ້ຂຶ້ນປົກວາລາສານດັງ Vogue Paris ແລະ ຍັງມີຜົນງານທັງເດີນແບບຖ່າຍແບບໃຫ້ແມກກະຊີນດັງອີກຫຼາກຫຼາຍເຊັ່ນ Elle Brasil ແລະ L’Officiel Brasil, ດັ່ງນັ້ນ!! Valentina Sampaio ຈຶ່ງເຮັດໃຫ້ນາງປຽບດັ່ງຕົວຢ່າງໃຫ້ຄົນໃນ Brazil ເຫັນວ່າ ການເປັນ LGBTQ ກໍສາມາດປະສົບຜົນສຳເລັດໄດ້ ແລະ ກໍສຳເລັດໄດ້ຢ່າງງົດງາມອີກດ້ວຍ

6. Ariel Nicholson
Ariel Nicholson ນາງແບບໜ້າຫວານຂວັນໃຈ Miuccia Prada ທີ່ປະກົດຕົວໃນແຄມເປນ Miu Miu ແລະ Prada ລວມໄປເຖິງ Calvin Klien ອີກດ້ວຍ Ariel Nicholson

7. Huntet Schafer
Huntet Schafer ອີກໜຶ່ງນາງແບບ Transgender ທີ່ງາມ ສາຍາສາວໜ້າຫວານ ທີ່ຜ່ານມາມີຜົນງານກາລັນຕີໃນລະດັບ Top List ບໍ່ວ່າຈະເປັນ Coarch 1941, Miu Miu, Marc Jacobs, Vera Wang

8. Mimi Tao
Mimi Tao ນາງແບບ Transgender ຊາວໄທ ນາງໂດ່ງດັງໃນວົງການແຟຊັ່ນ ໄດ້ຍ່າງໃນຣັນເວ New York Fashion Week ແລະ ຍັງມີໂອກາດເດີນແບບໃຫ້ຫຼາຍແບຣນດັງປະມານ 21 ແບຣນ ໄດ້ເປັນນາງແບບຮັບເຊີນຈາກທາງ FOX ລວມເຖິງຂຶ້ນປົກ Teen Vogue ອາເມຣິກາ ແລະ ມີຜົນງານຖ່າຍແບບແມັກກະຊີນມາແລ້ວຫຼາຍເຫຼັ້ມ
ທຸກໆຄົນມີສິດເທົ່າທຽມ ແລະ ບໍ່ຈຳກັດເລື່ອງເພດ ກາຍເປັນທີ່ຍອມຮັບກັນຫຼາຍຂຶ້ນ ຈຶ່ງເຮັດໃຫ້ປັດຈຸບັນຊາວ LGBT ໄດ້ຮັບການຍອມຮັບໃນທຸກວົງການ ໂດຍສະເພາະໃນໂລກຂອງແຟຊັ່ນ ທີ່ພວກເຂົາໄດ້ນຳຄວາມງົດງາມ ແລະ ຄວາມສາມາດທີ່ມີເຂົ້າມາເຕີມເຕັມວົງການແຟຊັ່ນໃຫ້ມີສີສັນ ແລະ ໜ້າສົນໃຈຫຼາຍຍິ່ງຂຶ້ນ ລວມເຖິງເລື່ອງລາວການຕໍ່ສູ້ຂອງພວກນາງທີ່ກາຍເປັນແຮງບັນດານໃຈໃຫ້ກັບຜູ້ອື່ນ ໃຫ້ກ້າເປັນໂຕຂອງໂຕເອງອີກດ້ວຍ.
ທີ່ມາ: https://women.mthai.com/amazing-women/409228.html