Breaking News

ຄັ້ງທຳອິດ! ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ຈະຮ່ວມສະແດງຮູບເງົາລາວ (ກຽມໂຕຮາ…ໄວ້ເລີຍ!!!)

ແບ່ງປັນ

ຫຼັງຈາກທີ່ ພູມຊະນະ ສິຣິວົງສາ ຫຼື ເຈ້ຍ ປາຊີຟິກ ຜູ້ກຳກັບຊື່ດັງຂອງລາວ ໄດ້ອອກມາເປີດເຜີຍເຖິງບົດຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄດ້ສຳເລັດເຖິງ 100% ແລ້ວ ແລະ ຫຼັງຈາກນັ້ນອີກບໍ່ດົນກໍໄດ້ມີການເປີດໂຕນັກສະແດງນຳໃນຮູບເງົາເລື່ອງນີ້ ເຊິ່ງຖືວ່າເປັນຮູບເງົາທີ່ລວມເອົາບັນດານັກສະແດງ ສິລະປິນລາວມາໄວ້ໃນຮູບເງົາເລື່ອງນີ້ເລີຍກໍວ່າໄດ້ ແລະ ທີ່ເຮັດເອົາເຊີໄພ້ແຟນໆຊາວລາວຫຼາຍທີ່ສຸດກໍຄື ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ກໍຈະຮ່ວມສະແດງນຳໃນຮູບເງົາລາວເລື່ອງ “ຮັກມະຍ່ອມມະແຍ່ມ” ນີ້ອີກດ້ວຍ (ກຽມໂຕຮາ ກຽມໂຕມ່ວນ…ຄາງກະໄຕຄ້າງແນ່ນອນ)

ແລະ ນອກຈາກ ເຈ້ຍ ປາຊີຟິກ ຈະເປີດໂຕນັກສະແດງນຳໃນເລື່ອງ “ຮັກມະຍ່ອມມະແຍ່ມ”  ແລ້ວ ເພິ່ນກໍຍັງມີການປະກາດຫານັກສະແດງສົມທົບທີ່ຈະໄດ້ມາຮ່ວມສະແດງໃນຮູບເງົາຕແນວຕະຫຼົກລາວເລື່ອງນີ້ອີິກດ້ວຍ…

 

ຫັ້ນແນ່!!! ຟັງແຕ່ຊື່ຮູບເງົາ ແລະ ການເປີດໂຕນັກສະແດງນໍາແລ້ວ ຢາກເບິ່ງໄວໆແລ້ວແມ່ນບໍ່ (555) ອົດໃຈລໍຖ້າໄປກ່ອນເນາະ ສັນຍາຈະມາອັບເດດໃຫ້ແຟນໆໄດ້ຮູ້ແນ່ນອນ.

#ຄົນລາວຮ່ວມສະໜັບສະໜູນສີມືຄົນລາວ 

ແບ່ງປັນ