Breaking News

ທ່ຽວ Slow life ໄປເບິ່ງທຳມະຊາດ ໄປເບິ່ງລິງອູ້ມລູກ ໄປກິນຕົ້ມຫອຍປັງ ຢູ່ເມືອງຈຳພອນ ແຂວງສະຫວັນນະເຂດກັນບໍ່?

ແບ່ງປັນ

ອາກາດຮ້ອນ ປົນພາຍຸເຂົ້າ ຮູ້ສຶກເບື່ອໆຢາກໄປທ່ຽວ ແຕ່ສິໃຫ້ອອກນອກປະເທດ ເປີດເບິ່ງບັນຊີພັດເປັນໄປໄດ້ຍາກ (555) ດຽວກ່ອນ!!! ບໍ່ຕ້ອງນ້ອຍໃຈໄປ ມີສະຖານທີ່ມາແນະນຳແຟນໆອີກແລ້ວ ແນະນຳຕ້ອງມາທີ່ນີ້ເລີຍ ເມືອງຈຳພອນ ແຂວງສະຫວັນນະເຂດ ເຊິ່ງມີບ່ອນທ່ອງທ່ຽວຫຼາກຫຼາຍບໍ່ວ່າຈະເປັນທາງທຳມະຊາດ ວັດທະນະທຳແລະ ປະຫວັດສາດແຖມຫ່າງຈາກຕົວເມືອງພຽງ 50km ເທົ່ານັ້ນ.

ເລີ່ມຕົ້ນອອກເດີນທາງຕາມສາຍທາງເລກທີ 9A ພໍຮອດຫຼັກ35 ລ້ຽວເຂົ້າໄປອີກປະມານ 20km ກໍ່ຮອດຝາຍສຸຍແລ້ວ “ສຸຍ” ເປັນນ້ຳຕົກມະໂນ ທີ່ຜູ້ຄົນອ້ອມແອ້ມບ້ານແລະອອກມາຈາກຕົວເມືອງໄກສອນວັນເສົາອາທິດມັກມາໂດດນ້ຳ ນອກນັ້ນຈະມີຕົ້ມຫອຍປັງ ແລະ ປີ້ງປາກົດ.. ຂາຍແຄມຝັ່ງສຸຍ ມີບ່ອນຈອດລົດສະດວກສະບາຍ

ຖ້າໃຜໄດ້ມີໂອກາດໄດ້ມາໂດດນ້ຳຢູ່ ສຸຍແຫ່ງນີ້ ແນະນຳໃຫ້ຂັບລົດຕໍ່ໄປອີກໜ້ອຍໜຶ່ງ ກໍ່ຮອດບ້ານດົງເມືອງ ຈະເຫັນລີງອູ້ມລູກ ອູ້ມຫຼານອອກມາຢືນຖ້າອາຫານນຳນັກທ່ອງທ່ຽວເຕັມໄປໝົດເລີຍ. ລີງຂ້ອນຂ້າງລື້ງຄົນ ແຕ່ລາວບໍ່ໃຫ້ຈັບເດີ້ ບໍລິເວນດົງລີງ ຈະມີຮ້ານຄ້າເຊິ່ງສ່ວນຫຼາຍກໍ່ຈະຂາຍອາຫານໃຫ້ລີງຫັ້ນແລະ ເປັນກ້ວຍ ຖົ່ວດິນ ແລະ ເຂົ້າໜົມ…


ອອກຈາກດົງລີງ ຂັບລົດຜ່ານທົ່ງນາໄປຕໍ່ອີກຈັກໜ້ອຍກໍ່ຈະຮອດ ບ້ານໜອງລຳຈັນ ໃນບ້ານຈະມີວັດເຊິ່ງພາຍໃນວັດຈະມີຫໍພະໄຕປີດົກ ຫຼືຫໍໄຕ ຕັ້ງຢູ່ກາງໜອງນ້ຳ ມີອາຍຸກວ່າ 400ປີແລ້ວ. ເປັນບ່ອນທີ່ລວບລວມ ແລະ ເກັບຮັກສາໜັງສືໃບລານອັນເກົ່າແກ່. ສາເຫດທີ່ຕັ້ງໄວ້ກາງນ້ຳເພາະວ່າ ບໍ່ໃຫ້ໜູ, ແມງໄມ້… ເຂົ້າໄປກັດໜັງສືໃບລານໄດ້ ວັດນີ້ທຸກຄົນຕ້ອງປົດເກີບໄວ້ນອກວັດເດີ້ ສ່ວນຜູ້ຍິງນຸ່ງສົ້ງໄດ້ເດີ້ ແຕ່ຖ້າຢາກເຂົ້າຫໍໄຕຕ້ອງໄປບູຊາສິ້ນເດີ້ (ທີ່ຈິງກໍ່ຄວນຈະໃສ່ສິ້ນທຸກຄັ້ງທີ່ເຂົ້າວັດເນາະ ເພື່ອເປັນການໃຫ້ກຽດສະຖານທີ່) ບູຊາຄ່າເຂົ້າຫໍໄຕຄົນລະ5,000ກີບ  ແລະໃນບໍລິວັດກໍມີສາລະໃຫ້ເຮົາສາມາດຍ່າງຂ້າມໄປອີກຝັ່ງໜຶ່ງເຊິ່ງກໍ່ຈະມີການໃຫ້ອາຫານປານັ່ງພັກຜ່ອນແລະມີພະອົງໃຫຍ່ໄວ້ໃຫ້ພວກເຮົາກາບໄຫວ້ອີກຝາກໜຶ່ງຂອງໜອງ

ຫຼັງຈາກນັ້ນເຮົາກໍ່ອອກໄປຕໍ່ອີກສະຖານທີ່ໜຶ່ງທີ່ບໍ່ຄວນພາດນັ້ນກໍ່ຄື ວັດເກົ່າ ບ້ານຕະແຫຼວເຊິ່ງເປັນແຫຼ່ງທ່ອງທ່ຽວອີກສະຖານທີ່ໜຶ່ງທີ່ສຳຄັນຂອງເມືອງຈຳພອນ ທີ່ມີວັດທະນະທຳອັນເກົ່າແກ່ແລະຮ່ອງຮອຍຂອງເສີກສົງຄາມແຕ່ກ່ອນທີ່​ສຳ​ຄັນ​ແຫ່ງ​ໜື່ງ​ທີ່​ບໍ່​ຄວນ​ພາດ​ເລີຍ.

ວິ​ຖີ​ຊີ​ວິດ​ທີ່​ລຽ​ບ​ງ່າຍ​ ແລະ ​ສະຫງົບຂອງ​ຊາວ​ບ້ານ​ຖ້ຳ​ກາງ ສະ​ຖານ​ທີ່​ທີ່​ໜ້າ​ສົນ​ໃຈ​ຫຼາຍ​ໆບ່ອນ​ໃຫ້ເຮົາ​ໄດ້​ມາ​ທ່ຽວ​ຊົມ​ທີ່​ນີ້​ ຈໍາ​ພອນເມືອງ​ໜື່ງ​ທີ່​ໜ້າ​ສົນ​ໃຈ​ບໍ່​ດ້ອຍໜ້າ​ເມືອງ​ອື່ນໆ ຖ້າ​ຫາກ​ໃຜ​ມີ​ໂອ​ກາດ​ໄດ້​ມາ​ທ່ຽວ​ ແຂວງ ສະ​ຫວັນ​ນະ​ເຂດ ກໍ​ຢ່າ​ລືມແວ່​ອອກ​ມາ​ທ່ຽວ​ທາງ​ເມືອງ​ຈຳ​ພອນແນ່​ເດີ ຮັບ​ຮອງວ່າ​ແຟນໆບໍ່​ຜິດ​ຫວັງ​ແນ່ນອນ.

(ອ່ານຈົບແລ້ວ ບໍ່ລໍຖ້າຊ້າ ເກັບເຄື່ອງກຽມອອກເດີນທາງ ໄປໃຊ້ຊີວິດແບບ Slow life ກັນເທາະ!!!)

(ຂໍ້ມູນ: ວາລະສານ ຂວັນໃຈ)

ແບ່ງປັນ