Breaking News

ປະຊາຊົນ ລາວ-ໄທ ຮ່ວມໃສ່ບາດສະຫຼອງ ຄົບຮອບ 25 ປີ ຂົວ ມິດຕະພາບ ລາວ-ໄທ 1

ແບ່ງປັນ

ໃນຕອນເຊົ້າຂອງວັນທີ 26 ເມສາ 2019 ປະຊາຊົນຊາວນະຄອນຫຼວງວຽງຈັນ ສປປ ລາວ ແລະ ປະຊາຊົນແຂວງໜອງຄາຍ ປະເທດໄທ ພ້ອມດ້ວຍອຳນາດການປົກຄອງກ່ຽວຂ້ອງໄດ້ພ້ອມກັນໃສ່ບາດເພື່ອເປັນການສະເຫຼີມສະຫຼອງວັນຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບລາວ-ໄທແຫ່ງທຳອິດ ໂດຍມີ ພຣະສົງເຂົ້າຮ່ວມ 125 ອົງ ໃນນັ້ນພຣະຈາກລາວ 62 ອົງ.

ເຂົ້າຮ່ວມງານໃນຄັ້ງນີ້ຍັງມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຣົນນະໄຊ ຈິດວິເສດ ເຈົ້າແຂວງໜອງຄາຍ ແລະ ທ່ານ ຊອນ ເບີນາດຄາຣາສະໂກ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳລາວ.

ຂໍຂອບໃຈທີ່ມາຈາກ: ປະເທດລາວ Pathedlao

ແບ່ງປັນ