Breaking News

ມາແຮງ! ເທເລີ ສີສົມບັດ ງານເຂົ້າບໍ່ຢຸດ ຫຼ້າສຸດເດີນທາງຮ່ວມງານ “Peenang Fashion Week” ທີ່ມາເລເຊຍ

ແບ່ງປັນ

ພັກຫົວໃຈທີ່ເມື່ອຍ ພັກສາຍຕາທີ່ອ່ອນລ້າ ມາໆ…ມາ Support ສິລະປິນລາວເຮົາອີກໜຶ່ງທ່ານນັ້ນກໍຄື ໜຸ່ມ ວັນນະເສີມ ສີສົມບັດ (ເທເລີ້) ນັກຮ້ອງ ນັກສະແດງ ແລະ ນາຍແບບ ທີ່ກຳລັງມາແຮງກັນສຸດໆໃນເວລານີ້ ຫຼ້າສຸດເຫັນມີແວ່ວໆມາວ່າເພິ່ນໄດ້ເດີນທາງໄປ ປະເທດ ມາເລເຊຍ ເພື່ອຮ່ວມງານ “Peenang Fashion Week” ທີ່ ປະເທດ ມາເລເຊຍ

ສຳລັບ ເທເລີ ສີສົມບັດ ບໍ່ທຳມະດາມີ Degree ປະລິນຍາໂທ 2 ໃບ ຈາກຈີນແຜ່ນດິນໃຫຍ່, ສ່ວນໃນວົງການບັນເທີງເພິ່ນກໍມີຜົນງານຫຼາຍຢ່າງ ຖືວ່າເປັນສິລະປິນລາວອີກໜຶ່ງທ່ານທີ່ມີຄວາມສາມາດທີ່ຫຼາກຫຼາຍ, ເມື່ອບໍ່ດົນມານີ້ກໍໄດ້ເປີດໂຕເປັນພຣີເຊັນເຕີຢ່າງເປັນທາງການ ໃຫ້ກັບກາເຟຫຼຸດນ້ຳໜັກແບຣນດັງໃນງານ ສະວອນເນ່ຕິດປີກ ໃນຊ່ວງທ້າຍ ເດືອນ ເມສາ 2019 ທີ່ຜ່ານມາອີກດ້ວຍ.

ໄດ້ຮູ້ຈັກກັບ ໜຸ່ມ ວັນນະເສີມ ສີສົມບັດ (ເທເລີ້) ກັນແລ້ວຮູ້ສຶກວ່າຫຼົງຮັກໜຸ່ມຄົນນີ້ເຂົ້າແລ້ວແມ່ນບໍ່? ເອົ້າ!!! ຢ່າງໃດກໍຢ່າລືມສະໜັບສະໜູນສິລະປິນລາວກັນຫຼາຍໆເດີ້ແຟນໆ!!!

ຫຼື ສາມາດເຂົ້າໄປໃຫ້ກຳລັງໃຈ ໜຸ່ມ ເທເລີ້ ໂດຍກົງໄດ້ທີ່  fb/Teler Sisombath

ແບ່ງປັນ