Breaking News

ມາເບິ່ງ! ຕົວຢ່າງລະຄອນເລື່ອງ “ດອກຄູນສຽງແຄນ” ທີ່ ລູກນໍ້າ ທິດາລັດ ຮັບບົດເປັນນາງເອກເລື່ອງທຳອິດທີ່ປະເທດໄທ

ແບ່ງປັນ

ປ່ອຍອອກມາໃຫ້ແຟນໆໄດ້ເບິ່ງ ໄດ້ຊົມກັນແລ້ວ ສຳລັບຕົວຢ່າງລະຄອນເລື່ອງ “ດອກຄູນສຽງແຄນ” ທີ່ມີ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວລາວ ຮ່ວມສະແດງ ຮັບບົດເປັນ “ດອກຄູນ” ເປັນຜົນງານການສະແດງເປັນນາງເອກເລື່ອງທຳອິດຂອງເພິ່ນທີ່ປະເທດໄທ ແລະ ຍັງໄດ້ຮ່ວມປະຊັນບົດບາດຢ່າງເຂັ້ມຂຸ້ນປະກົບຄູ່ກັບ ຕູມຕາມ ຍຸດທະນາ (ພະເອກດັງປະເທດໄທ)

(ມີຕົວຢ່າງລະຄອນເລື່ອງ  “ດອກຄູນສຽງແຄນ” ມາຝາກ)

ເປັນແນວໃດແດ່ແຟນໆ? ພຽງແຕ່ຕົວຢ່າງກໍອົດໃຈບໍ່ໄດ້ທີ່ຈະຢາກເບິ່ງ ລະຄອນເລື່ອງ “ດອກຄູນສຽງແຄນ”  ໃນເວີຊັ່ນເຕັມແລ້ວແມ່ນບໍ່ ເອົາເປັນວ່າໄດ້ອົດໃຈລໍຖ້າມາຮອດປານນີ້ແລ້ວ ກໍອົດໃຈໄປອີກຈັກໜ້ອຍເນາະ ເພາະລະຄອນເລື່ອງດັ່ງກ່າວຈະອອນແອໃນໄວໆນີ້.

ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ນັກສະແດງຈາກປະເທດລາວກັນຫຼາຍໆເດີ້ແຟນໆ.

ທີ່ມາ: louknum thidalat

ຄລິບ: GMM25Thailand

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ກະຈ່າງແຈ້ງ! ລູກນໍ້າ ອອກມາເຄຍບັນຫາຂ່າວລືເປັນມືທີ 3 ລະຫວ່າງ ຕູມຕາມ ແລະ ຫຍິງຫຍິງ ແລ້ວ!!!

ແບ່ງປັນ