Breaking News

ຖ້າຫາກສາວເຊຍເບຍ 1.000 ກວ່າຄົນ ຕ້ອງໄດ້ຢຸດເຮັດວຽກ ຊີວິດພວກເຂົາຈະເປັນແນວໃດ?

ແບ່ງປັນ

ຊະຕາກຳຊີວິດຂອງ ສາວເຊຍເບຍ 1.000 ກວ່າຄົນ ທົ່ວປະເທດລາວ ຈະເປັນແນວໃດ ຖ້າຫາກຕ້ອງໄດ້ຢຸດເຮັດວຽກເຊຍເບຍ ຕາມແຈ້ງການທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວາງອອກ, ຊຶ່ງຫລາຍຄົນ ກໍມີຄວາມຮູ້ສຶກນ້ອຍໃຈ ເພາະຢ້ານຮຽນບໍ່ຈົບ, ຢ້ານບໍ່ມີເງິນເສຍຄ່າເຊົ່າຫ້ອງ, ຈຸນເຈືອຄອບຄົວ ແລະ ອື່ນໆ.

ປັດຈຸບັນ, ສາວເຊຍເບຍ ທົ່ວປະເທດລາວມີ 1.000 ກວ່າຄົນ, ໃນນັ້ນ ສະເພາະຂອງ ບໍລິສັດ ເບຍລາວ ມີປະມານ 800 ຄົນ ຊຶ່ງສ່ວນໃຫຍ່ແມ່ນນັກສຶກສາຢູ່ວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆ. ໃນການປະຕິບັດໜ້າທີ່ ສາວເຊຍເບຍ ຂອງບໍລິສັດ ເບຍລາວ ແມ່ນມີລະບຽບຄຸ້ມຄອງຢ່າງເຂັ້ມງວດເຊັ່ນ: ມີລົດຮັບ-ສົ່ງລະຫວ່າງເຮືອນຫາຮ້ານ, ບໍ່ສາມາດນັ່ງນຳແຂກໄດ້, ບໍ່ສາມາດກິນເບຍໃນໂມງເຮັດວຽກໄດ້ ແລະ ເຮັດວຽກບໍ່ເກີນ 4 ຊົ່ວໂມງຕໍ່ມື້.

ສິ່ງນີ້ ເປັນການສ້າງວຽກເຮັດງານທໍາ ແລະ ຊ່ວຍປັບປຸງການດຳລົງຊີວິດຂອງປະຊາຊົນລາວໃຫ້ນັບມື້ນັບດີຂື້ນ, ຊຶ່ງຫລາຍຄົນໄດ້ນຳໃຊ້ເງິນຈາກການເຮັດວຽກນີ້ສົ່ງຕົນເອງຮຽນຈົນຈົບ ແລະ ມີວຽກເຮັດງານທຳທີ່ໝັ້ນຄົງ, ບາງຄອບຄົວກໍມີຊີວິດການເປັນຢູ່ດີຂຶ້ນ, ທັງເປັນການດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວບ້ານເຮົາຫລາຍຂຶ້ນ.

ທີ່ມາ: ປະເທດລາວ Pathedlao

ຂ່າວ: ຊາຍຄົນເດີມ

ແບ່ງປັນ