Breaking News

ສະວອນເນ່ຕິດປີກ ຈັດໃຫຍ່! ຈັນດາລີ ສິດພະໄຊ ແລະ ເທເລີ ສີສົມບັດ ເປັນພຣີເຊັນເຕີຢ່າງເປັນທາງການ (ເຊເລັບຄົນດັງເດີນທາງຮ່ວມງານ)

ແບ່ງປັນ

“ສະວອນເນ່ຕິດປີກ ຈັດໃຫຍ່ ເຊີນເຊເລບຄົນດັງຈາກຝັ່ງລາວ ແລະ ໄທ ຮ່ວມງານ ພ້ອມເປີດໂຕ ເທເລີ ສີສົມບັດ ແລະ ຈັນດາລີ ສິດພະໄຊ ພຣີເຊັນເຕີຢ່າງເປັນທາງການ”

ມີຂ່າວສານມາອັບເດດໃຫ້ແຟນໆໄດ້ຮູ້ອີກແລ້ວ ໃນວັນທີ ວັນທີ 27 ເມສາ 2019 ທີ່ຜ່ານມາ, ບໍລິສັດ ສະວອນເນ່ ຈຳກັດ ໄດ້ເປີດໂຕພຣີເຊັນເຕີຢ່າງເປັນທາງການ ທີ່ງານ ສະວອນເນ່ຕິດປີກ ເຊິ່ງຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ອິມແພັກອາຣີນາ ເມືອງທອງທານີ ກຸງເທບ ປະເທດໄທ ໂດຍໄດ້ໜຸ່ມສາວຫຸ່ນດີ ເທເລີ ສີສົມບັດ ນັກຮ້ອງ ນັກສະແດງ ນາຍແບບ ແລະ ໝໍແນ່ງ ຈັນດາລີ ສິດພະໄຊ ນາງເອກຈາກຮູບເງົາລາວ-ຈີນ ຟອມໃຫຍ່ “ດອກຈຳປາບານ” ມາເປັນຕົວແທນຂອງຜະລິດຕະພັນກາເຟຫຼຸດນ້ຳໜັກ ສະວອນເນ່ ຊີໂຣ່ (Swane Zero) ທີ່ມີສັບພະຄຸນເລັ່ງການເຜົາຜານໄຂມັນ ແລະ ທົດແທນດ້ວຍໄຂມັນດີຈາກໝາກອາໂວຄາໂດ ທີ່ສຳຄັນຍັງ ບໍ່ມີຜົນຂ້າງຄຽງຈາກການດື່ມ ເພາະບໍ່ມີຄີມທຽມ ບໍ່ມີໄຂມັນ ແລະ ນຳ້ຕານ 0% ນຳດ້ວຍ.

ນອກຈາກກາເຟທີ່ມີກິ່ນຫອມ ແລະ ລົດຊາດທີ່ເປັນເອກະລັກແລ້ວ ສະວອນເນ່ ຊີໂຣ່ ຍັງເອົາໃຈຄົນຮັກສຸຂະພາບທີ່ມັກໂກ່ໂກ້ດ້ວຍ ຜະລິດຕະພັນ ໂກ່ໂກ້ຊົງພ້ອມດື່ມ ທີ່ມີສ່ວນຊ່ວຍຫຼຸດໄຂມັນ ແລະ ຫຼຸດຄໍເລສໂຕຣັລໃນເລືອດ ທັງນີ້ ຍັງມີນ້ອງໃໝ່ເອົາໃຈຄົນມັກຊາດ້ວຍ ສະວອນເນ່ ຊີໂຣ່ ຊາໄທ ແລະ ສະວອນເນ່ ຊີໂຣ່ ມັດຊະ ທີ່ມີຄຸນປະໂຫຍດລົດອາການເມື່ອຍ, ດຶງໄຂມັນມາເຜົາຜານເປັນພະລັງງານ, ຫຼຸດເຊລູໄລ້ ແລະ ໄຂມັນສະສົມໃນຮ່າງກາຍ ທີ່ສຳຄັນຍັງຄົງຄາແລັກເຕີທີ່ໂດດເດັ່ນດ້ານການເຜົາຜານໄຂມັນ ບໍ່ໃສ່ຄີມທຽມ ແລະ ບໍ່ມີນ້ຳຕານ. ເຊິ່ງໃນງານດັ່ງກ່າວ, ໄດ້ໃຫ້ກຽດຂຶ້ນເປີດພິທີໂດຍຫົວເຮືອໃຫຍ່ສຸດສະຕຣອງຂອງເຮົາ ທ່ານນາງ ພາສິນີ ພຣົມສີ CEO ແລະ ປະທານ ບໍລິສັດ ສະວອນເນ່ ຈຳກັດ ຂຶ້ນກ່າວໂອ້ລົມ ແລະ ຕ້ອນຮັບບັນດາແຂກໃນງານກັນຢ່າງອົບອຸ່ນ,


ຕາມມາດ້ວຍຜູ້ບໍລິຫານຍິງຄົນເກັ່ງຈາກຝັ່ງລາວ ທ່ານນາງ ສະສິີຣັດສະໝີ ທຽມສຸວັນ ຜູ້ບໍລິຫານ ບໍລິສັດ ສະວອນເນ່ ລາວ ຈຳກັດ ຂຶ້ນກ່າວສະຫຼຸບຍອດຂາຍໃນປະເທດລາວ ເຊິ່ງໄດ້ຮັບຜົນຕອບຮັບທີ່ດີເກີນຄາດ ແລະ ມີການຂະຫຍາຍຕົວຢ່າງກ້າວກະໂດດ. ສະວອນເນ່ຕິດປີກ, ນອກຈາກເປີດໂຕພຣີເຊັນເຕີທັງສອງແລ້ວ ພາຍໃນງານກໍໄດ້ດາລາ ນັກສະແດງຈາກຝັ່ງລາວ ແລະ ໄທ ເຂົ້າຮ່ວມງານກັນຢ່າງຄັບຄັ່ງ ຈາກຝັ່ງໄທນຳໂດຍ ນັກຮ້ອງຄົນດັງ ເຈົ້າຂອງເພງ “ເກືອບ” ໜຸ່ມບຸລິນ Groove rider ທີ່ໄດ້ຈັດ mini concert ສ້າງຄວາມບັນເທີງໃຫ້ແຂກພາຍໃນງານຢ່າງຄຶກຄື້ນ ແລະ ຈາກຝັ່ງລາວ


ນອກຈາກພຣີເຊັນເຕີ້ທັງສອງແລ້ວ ຍັງມີດາລານັກສະແດງຈາກແນວໜ້າວົງການບັນເທິງລາວເຂົ້າຮ່ວມຢ່າງລົ້ນຫຼາມ ນຳທີມໂດຍ ໜຸ່ມຕ້າ ພອນເທບວີໄຊ ໄຊທິລາດ ດາລານັກຮ້ອງ ນັກສະແດງໂຕພໍ່ ເຈົ້າຂອງເພງ “ຈະເປັນໄປໄດ້ບໍ່”, ຕາມມາດ້ວຍ ນ້ອງວິນລີ່ ວິສຸດໄຊ ບຸນວິໄລ ນັກສະແດງ ນາຍແບບທີ່ກຳລັງເປັນຂວັນໃຈ ໃນກຸ່ມສາວນ້ອຍສາວໃຫຍ່ ແລະ ຍັງໄດ້ໜຸ່ມເທຣນເນີ້ຄົນດັງ ເປ່ເລ້ ເຈົ້າຂອງເປ່ເລ້ ຟິດເນັດ ຮ່ວມກັບອີກຫຼາຍໆທ່ານ ນອກຈາກນີ້,

ພາຍໃນງານຍັງມີການສະແດງສຸດໜ້າຕື່ນເຕັ້ນຈາກຜູ້ບໍລິຫານຄົນເກັ່ງ ແລະ ພິທີມອບລາງວັນໃຫ້ແກ່ຜູ້ເຂົ້າປະກວດໃນໂຄງການ Miss Swane Exclusive ເຊິ່ງໄດ້ຄັດເລືອກຈາກແຟນຕົວຍົງ ຂອງຜະລິດຕະພັນສະວອນເນ່ ທີ່ໄດ້ດື່ມຈິງ ແລະ ພຽວຈິງຈາກຜະລິດຕະພັນເຄື່ອງດື່ມກາເຟສະວອນເນ່ ຊີໂຣ່ (Swane Zero)

ແລະ ອີກໜຶ່ງຄວາມພິເສດຈາກງານສະວອນເນ່ຕິດປີກ ຫົວເຮືອໃຫຍ່ຂອງເຮົາຍັງມີກິດຈະກຳຈັບສະຫຼາກ-ມອບລາງວັນໃຫ້ແຂກຜູ້ເຂົ້າຮ່ວມງານ ເຊິ່ງລາງວັນໃຫຍ່ກໍແມ່ນທຣິບທ່ອງທ່ຽວຊານໂຕຣິນີ ເຊິ່ງເປັນເມືອງທີ່ສວຍງາມຂຶ້ນຊື່ເມືອງໜຶ່ງຂອງໂລກ.

(ຂໍຂອບໃຈຮູບພາບ)

ແບ່ງປັນ