Breaking News

ອິຊູຊຸເປີດຕົວຂຸມພະລັງໃໝ່ເຄື່ອງຈັກຍອດນິຍົມສຸດໄຮເທັກ “New! Isuzu 1.9 Ddi Blue Power”

ແບ່ງປັນ

ເລີ່ມຕົ້ນອາທິດກາງເດືອນ ພຶດສະພາ 2019 ມາພ້ອມກັບຂ່າວສານດີໆທີ່ຈະເກັບມາບອກຕໍ່ແຟນໆອີກແລ້ວ ຊ່ວງທ້າຍອາທິດທີ່ຜ່ານມາ ຂວັນໃຈ ເຮົາກໍບໍ່ພາດທີ່ເດີນທາງໄປຮ່ວມງານ ເປີດຕົວຂຸມພະລັງໃໝ່ເຄື່ອງຈັກຍອດນິຍົມສຸດໄຮເທັກ “New! Isuzu 1.9 Ddi Blue Power” ເຊິ່ງໄດ້ມີການເປີດຕົວໄປແລ້ວຢ່າງຍິ່ງໃຫ່ຍ ມີບັນດາແຂກ, ກອງທັບສື່ມວນຊົນ ແລະ ບັນດາແຟນໆໃຫ້ຄວາມສົນໃຈ ແລະ ຮ່ວມງານດັງກ່າວກັນຢ່າງຫຼວງຫຼາຍ…

ກຸ່ມຕຣີເພັດ ໂດຍ ທ່ານ ໂທຊິອາກິ ມາເອຄາວະ ກຳມະການຜູ້ຈັດການ ບໍລິສັດ ຕຣີເພັດອີຊູຊຸເຊວສ໌ ຈຳກັດ ແລະ ຄະນະຜູ້ບໍລິຫານລະດັບສູງຈາກປະເທດໄທ ຮ່ວມເປີດຕົວອີຊູຊຸດີແມັກ ແລະ ອີຊູຊຸມິວ-ເອັກ ລຸ້ນໃໝ່ຫຼ້າສຸດທີ່ມາພ້ອມກັບຂຸມພະລັງໃໝ່ “New! Isuzu 1.9 Ddi Blue Power” ຂີດສຸດແຫ່ງເຕັກໂນໂລຊີ, ເຄື່ອງຈັກລໍ້າອະນາຄົດທີ່ໃຫ້ກຳລັງເຄື່ອງຈັກສູງສຸດ, ຄ່າມົນລະພິດຕໍ່າສຸດ ແລະ ປະຢັດນໍ້າມັນສູງສຸດ ສູ່ຕະຫຼາດລົດໃນ ສປປ ລາວ. ພ້ອມຈັດສະແດງລົດໃນງານ “Isuzu Wonderful Day” ໃຫ້ທຸກທ່ານໄດ້ຮ່ວມສຳຜັດຂີດສຸດແຫ່ງຂຸມພະລັງໃໝ່ພ້ອມຮັບຂໍ້ສະເໜີສຸດພິເສດ ໃນວັນທີ 11-12 ພຶດສະພາ 2019 ທີ່ຜ່ານມາ ທີ່ ສູນການຄ້າວຽງຈັນເຊັນເຕີ້

ສຳລັບ ອີຊູຊຸດີແມັກ 1.9 ດີດີໄອ ບລູພາວເວີ (Isuzu 1.9 Ddi Blue Power) ນະວັດຕະກຳລົດກະບະລະດັບໂລກ ມາພ້ອມກັບດີໄຊໃໝ່ທັງພາຍໃນ ແລະ ພາຍນອກ ມີຄວາມສະງ່າເໜືອຊັ້ນ ຍິ່ງມາດ້ວຍກັບໄຟໜ້າ Bi-LED ເຕັກໂນໂລຊີສຸດລໍ້າທີ່ໃຫ້ພຶ້ນທີ່ຄວາມແຈ້ງຫຼາຍຂຶ້ນ, ໃຊ້ພະລັງງານໜ້ອຍລົງ, ພ້ອມຄິ້ວໂຄຣມຽມ (ສຳລັບລຸ້ນແຄັບໂຟ) ແລະ ໃໝ່! ລໍ້ອັນລອຍ ດີໄຊຫຼ້າສຸດຂະໜາດ 18 ນິ້ວ, ສະງ່າ, ສະປອດ, ໂດດເດັ່ນ ມີລະດັບ

ອີຊູຊຸດີແມັກ 1.9 ດີດີໄອ ບລູພາວເວີ (Isuzu 1.9 Ddi Blue Power) ຄົມ…ເຂັ້ມ ປຸກອາລົມ ຕອບສະໜອງໃຫ້ທຸກໆສະໄຕຣການຂັບຂີ່ໄດ້ມີພະລັງ ອີຊູຊຸ ດີດີໄອ ບລູພາວເວີ ພ້ອມໝັ່ນໃຈດ້ວຍສະມັດຖະນະ ແລະ ລະບົບເພື່ອຄວາມປອດໄພເຕັມຮູບແບບ ໂດດເດັ່ນທຸກມຸມມອງດ້ວຍກະຈັງໜ້າດີໄຊໃໝ່ ແບບ Sport 3D ໃຫ້ມິຕິສູງສະຫງ່າ, ເດັ່ນຊັດ, ເຕັມອາລົມສະປອດ ແລະ ລໍ້ອັນລອຍໃໝ່ ຂະໜາດ 18 ນິ້ວ Flash Black Design , ຫ້ອງໂດຍສານໃໝ່ ງາມ ດ້ວຍໂທນສີເຂັ້ມອາລົມສະປອດ ພ້ອມເບາະນັ່ງເຄິ່ງໜັງແທ້ສີດຳ ແບບ Sport Cut ໂອບກະຊັບຮັບຫົວ ນັ່ງສະບາຍ ພ້ອມຊຸດແຈ່ງສີເງິນ ຢູ່ຂ້າງປະຕູ ແລະ ຫົວເກຍ ພຽບພ້ອມດ້ວຍອຸປະກອນການໃຊ້ງານພາຍໃນຫ້ອງໂດຍ ສານດ້ວນແນວຄິດ Isuzu Universal Design ທີ່ໄດ້ຮັບການຍອມຮັບ ວ່າໃຊ້ງານງ່າຍ ສະດວກສະບາຍ, ແລະ ເພີ່ມຕື່ມສີໃໝ່! ສີແດງເອັດນາ (Etna Red) ອີກຂັ້ນຂອງລະດັບຄວາມຫລູຫຼາ ເໜືອລະດັບທີ່ເປັນຕາແຍງ

ວ້າວວວ!!! ໄດ້ເຫັນໜ້າຕາ ແລະ ດີໄຊໃໝ່ຂອງ ອີຊູຊຸດີແມັກ 1.9 ດີດີໄອ ບລູພາວເວີ (Isuzu 1.9 Ddi Blue Power) ທີ່ມາພ້ອມກັບນະວັດຕະກຳລົດກະບະລະດັບໂລກແລ້ວ ຮູ້ສຶກສົນໃຈ ແລະ ຄິດຢາກເປັນເຈົ້າຂອງລົດທີ່ມີເຄື່ອງຈັກຍອດນິຍົມສຸດໄຮເທັກຄັນນີ້ແລ້ວແມ່ນບໍ່?

ແຟນໆສາມາດຮ່ວມສຳຜັດ ແລະ ຈັບຈອງເປັນເຈົ້າຂອງລົດ ອີຊູຊຸດີແມັກ 1.9 ດີດີໄອ ບລູພາວເວີ (Isuzu 1.9 Ddi Blue Power) ໄດ້ແລ້ວ… ສາມາດສອບຖາມລາຍລະອຽດໄດ້ທີ່ຫ້ອງສະແດງສິນຄ້າອີຊູຊຸທົ່ວປະເທດລາວ ຫຼື ອີກຊ່ອງທາງໜຶ່ງໄດ້ທີ່ FB/Isuzu Laos ອີຊູຊຸລາວ

ແບ່ງປັນ