Breaking News

ຊົມເຊີຍ! ຄູຕ່າງປະເທດໃຫ້ກຽດສະຖາບັນ ໃສ່ສິ້ນສອນໜັງສືທີ່ຫຼວງພະບາງ (ແຊຣເພື່ອເປັນກຳລັງໃຈ…ດ່ວນ!!!)

ແບ່ງປັນ

ເປັນອີກຮູບພາບໜຶ່ງທີ່ປ່ອຍຜ່ານບໍ່ໄດ້ເລີຍ ຫຼັງຈາກມີແຟນໆກົດໄລ້ ກົດແຊຣຮູບພາບຂອງຄູຕ່າງປະເທດທີ່ກຳລັງໃສ່ສິ້ນສິດສອນໜັງສື ວິຊາ ພາສາອັງກິດ ທີ່ມະຫາວິທະຍາໄລສຸພານຸວົງ  ນະຄອນຫຼວງພະບາງ ປະເທດລາວ.

ເຊິ່ງຄູຄົນງາມຄົນນີ້ ເພິ່ນມີຊື່ວ່າ ອາຈານ Claire ເຊິ່ງປັດຈຸບັນເພິ່ນກຳລັງສອນພາສາອັງກິດຢູ່ທີ່ມະຫາວິທະຍາໄລສຸພານຸວົງ ແລະ ເຮັດວຽກຮ່ວມກັບອາຈານໃນ ສປປ ລາວ ເພື່ອພັດທະນາຫຼັກສູດການສຶກສາ

ແລະ ເພື່ອສົ່ງເສີມຄວາມສາມາດທາງດ້ານພາສາອັງກິດໃຫ້ກັບ ນັກຮຽນ-ນັກສຶກສາໃນລາວ ແລະ ກຸ່ມອາຈານສອນດັ່ງກ່າວກຳລັງຈະຊ່ວຍສ້າງອານາຄົດທີ່ສົດໃສໃຫ້ກັບບັນດາໄວໜຸ່ມລາວອີກດ້ວຍ.

ເຫັນແລ້ວກໍຂໍຊົມເຊີຍ ຖືເປັນຮູບພາບທີ່ງົດງາມຫຼາຍໆ ສຳລັບຄູຕ່າງປະເທດທີ່ນຸ່ງສິ້ນໃນການໄປສິດສອນ ມີຄວາມເຄົາລົບຕໍ່ສະຖາບັນການສຶກສາຂອງລາວເຮົາ ແລະ ເພິ່ນຍັງເອົາໃຈໃສ່ສອນພາສາອັງກິດ ເພື່ອພັດທະນາທັກສະດ້ານພາສາໃຫ້ໄວໜຸ່ມລາວ, ດັ່ງນັ້ນ!!! ເຫັນແລ້ວຢ່າປ່ອຍຜ່ານ ຝາກໃຫ້ແຟນໆເປັນກຳລັງໃຈໃຫ້ ອາຈານ Claire ແລະ ອີກຫຼາຍໆທ່ານທີ່ເປັນບັນດາຄູສອນທີ່ເປັນຄົນຕ່າງຊາດທຸກໆທ່ານໃນ ສປປ ລາວ  ດ້ວຍການກົດໄລ້ ກົດແຊຣໄປຫຼາຍໆເລີຍໂລດເດີ້!!!

#ຂໍເປັນກຳລັງໃຈໃຫ້ຄູຕ່າງປະເທດໃນປະເທດລາວທຸກໆຄົນ

ທີ່ມາ: U.S. Embassy Vientiane

ແບ່ງປັນ