Breaking News

ບໍ່ຕ້ອງຝືນອີກຕໍ່ໄປ! ວິທີທີ່ຈະຊ່ວຍໃຫ້ມີກຳລັງໃຈໃນການອອກກຳລັງກາຍ (ສາຍຂີ້ຄ້ານຕ້ອງເບິ່ງ)

ແບ່ງປັນ

ເຖິງແມ່ນວ່າເຮົາຈະຮູ້ໆກັນວ່າການອອກກຳລັງກາຍຈະຊ່ວຍໃຫ້ເຮົາມີສຸຂະພາບທີ່ດີ ມີຮູບຮ່າງທີ່ງາມ ແຕ່ແນ່ນອນວ່າມັນກໍຕ້ອງມີມື້ທີ່ເຮົາເມື່ອຍ ຂີ້ຄ້ານແມ້ແຕ່ຈະລຸກ ໂດຍສະເພາະຄົນທີ່ເລີ່ມອອກກຳລັງກາຍໃໝ່ໆ ຊຶ່ງເຮົາມັກຈະເກີດຄຳຖາມເລື້ອຍໆວ່າ ເຮັດແນວໃດໃຫ້ອາການຂີ້ຄ້ານອອກກຳລັງກາຍເຫຼົ່ານັ້ນໝົດໄປ, ດັ່ງນັ້ນ!! ລອງມາເບິ່ງວິທີເຄັດລັບຟິດຫຸ່ນແບບບໍ່ຕ້ອງຝືນ ແບບຂີ້ຄ້ານແຕ່ຍັງສາມາດອອກກຳລັງກາຍໄດ້ມາຝາກດັ່ງນີ້…

  1. ເລີ່ມຈາກການອອກກຳລັງກາຍຄ່ອຍໆ

ຈາກຄົນທີ່ບໍ່ມີວີ່ແວວວ່າເປັນສາຍອອກກຳລັງກາຍ ຈະໃຫ້ລຸກຂຶ້ນມາປະຕິບັດຫັນໜ້າມາເຂົ້າຟິສເນັດເຕັມຕົວເລີຍຄົງເປັນໄປໄດ້ຍາກ ດັ່ງນັ້ນຄວນຫັດເລີ່ມອອກກຳລັງກາຍແບບຄ່ອຍໆ ຄ່ອຍເປັນຄ່ອຍໄປໆກ່ອນ ຮ່າງກາຍຈຶ່ງຈະໄດ້ປັບຕົວ ບໍ່ຮູ້ສຶກເມື່ອຍ ແລະ ເກີດອາການຂີ້ຄ້ານໃນການອອກກຳລັງກາຍ

2. ຕັ້ງເປົ້າໝາຍ ແບບບໍ່ກົດດັນ

ຄົນທີ່ຫາແຕ່ເລີ່ມອອກກຳລັງກາຍໃໝ່ໆ ກໍອາດຈະຮູ້ສຶກວ່າມັນຍາກມັນເມື່ອຍ ແລະ ທໍ້ຖອຍ ເພາະສ່ວນຫຼາຍຈະຕັ້ງເປົ້າໝາຍໄວ້ໄກເກີິນໄປ ຈົນເຮັດໃຫ້ຮູ້ສຶກທໍ້ຖອຍກ່ອນທີ່ຈະໄປຮອດເສັ້ນໄຊ, ດັ່ງນັ້ນ! ຄວນຕັ້ງເປົ້າໝາຍໃໝ່ ເຊັ່ນ ອອກກຳລັງກາຍ 2-3ມື້/ອາທິດ ມື້ລະ 5-10ນາທີກ່ອນ ເພື່ອໃຫ້ຮ່າງກາຍ ແລະ ຈິດໃຈໄດ້ປັບສະພາບ ແລ້ວຄ່ອຍປັບລະດັບເວລາໃນການອອກຳລັງກາຍເພີ່ມຕື່ມກໍໄດ້

3. ເຮັດໃນສິ່ງທີ່ຍາກເຮັດໄປພ້ອມໆກັນ

ຮູ້ສຶກຢາກນອນແມ່ນບໍ່? ໄດ້! ພ້ອມກັບເຮັດທ່ານອນຫງາຍ ເອົາຂາທັງສອງຍົກຂຶ້ນເຮັດທ່າປັ່ນລົດຖີບໄປພ້ອມກໍໄດ້, ຢາກເບິ່ງໜັງແມ່ນບໍ່? ລອງຫຼິ້ນຮູນລ່າຮູບໄປນຳເລີຍ, ຢາກນັ່ງຢູ່ຕຽງ ຫຼື ໂຊຟານຸ່ມໆແມ່ນບໍ່? ໄດ້! ພ້ອມກັບຍົກເວສທີ່ຊື້ຕິດບ້ານໄວ້ໄປພ້ອມກໍຍິ່ງດີ ແບບນີ້ແຫຼະທີ່ເອີ້ນວ່າເຮັດໃນສິ່ງທີ່ຍາກເຮັດໄປພ້ອມໆກັນ ຖ້າຫຍັງຢູ່…ລຸຍໂລດເດີ້!!!

4. ໃຫ້ລາງວັນຕົວເອງ

ລອງຄິດຫຼິ້ນໆກໍໄດ້ວ່າ ການອອກກຳລັງກາຍເປັນສີ່ງທີ່ທ້າທາຍ ເມື່ອອອກແລ້ວ ໄດ້ເຮັດຕາມເປົ້າທີ່ເຮົາຕັ້ງໄວ້ ເຮົາກໍຈະໄດ້ລາງວັນເລັກໆນ້ອຍໆ ຕິດມືມາໃຫ້ພໍດີໃຈເຊັ່ນ ຊາໄຂ່ມຸກ 1ຈອກ/ອອກກຳລັງກາຍ 10ເທື່ອ, Cheat Day ຈັກມື້ ຫຼື ໄດ້ພັກ ໄດ້ນອນຕາມສະບາຍ ແຄ່ນີ້ກໍຈະເຮັດໃຫ້ຮູ້ສຶກມ່ວນ ແລະ ບໍ່ຮູ້ສຶກຝືນໃນການອອກກຳລັງກາຍອີກຕໍ່ໄປ ແລະ ອາດຈະມີການເພີ່ມລູກຫຼິ້ນ ໂດຍການບັນທຶກຕາຕະລາງເວລາໃນທຸກເທື່ອທີ່ອອກກຳລັງກາຍແລ້ວ ເທົ່ານີ້ກໍຈະເຮັດໃຫ້ມີກຳລັງໃຈ ແລະ ບໍ່ເມື່ອຍ ບໍ່ທໍ້ຖອຍໃນການອອກກຳລັງກາຍເຊັ່ນເກົ່າອີກແລ້ວ.

ທີ່ມາ: https://women.mthai.com/beauty/health/412137.html

ຮູບພາບປະກອບຈາກ: https://themomentum.co/strength-training-1/

ແບ່ງປັນ