Breaking News

ມາແບບເໜືອຊັ້ນ! ນັກເຕະຍິງທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ ໄປເຖິງ “7-0” (ຊົມເຊີຍ! ເກັ່ງຫຼາຍໆ)

ແບ່ງປັນ

ເປັນຂ່າວສານທີ່ກຳລັງມາແຮງທີ່ສຸດໃນເວລານີ້ ນັບວ່າເປັນຂ່າວດີເລີຍກໍວ່າໄດ້ ເພາະຫຼ້າສຸດໃນ ວັນທີ 13 ພຶດສະພາ 2019 ທີ່ຜ່ານມາ ຢູ່ທີ່ສະໜາມ “Institute of Physical Education Chonburi Campus Stadium 1” ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື “AFF U15 GIRLS’ CHAMPIONSHIP 2019” ເຊິ່ງ ທີມຊາດລາວ ລົງສະຫນາມນັດທີ 2 ພົບກັບ ທີມຊາດສິງກະໂປ.

ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ ໄປເຖິງ “7-0″ ໂດຍ ທີມຊາດລາວ ໄດ້ 3 ປະຕູ ຈາກ ເບີ 8 ເປ້ ພົມພັກດີ ນາທີ 16, 21, 25, 2 ປະຕູ ຈາກ ເບີ 7 ໃຈຄຳ ນາທີ 56, 67, 1 ປະຕູ ຈາກ ເບີ 21 ສຸພາພອນ ໄຊສຸລະ ນາທີ 5 ແລະ ເບີ 9 ຈິນດາ ສີຫາລາດ ນາທີ 60. ຈາກໄຊຊະນະດັ່ງກ່າວເຮັດໃຫ້ທີມຊາດລາວ ມີເພີ້ມ 6 ຄະແນນຫລັງຈາກລົງສະຫນາມ 2 ນັດ ຊະນະ 2 ນັດ . (ຂໍຊົມເຊີຍ ແລະ ສະແດງຄວາມຍິນດີ…ເກັ່ງຫຼາຍໆ)

ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ ແຂວງ ຊົນບູຣີ ປະເທດໄທ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື:

– ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ.
– ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.

ໄດ້ຍິນຂ່າວແບບນີ້ແລ້ວ ຮູ້ສຶກດີິໃຈ ແລະ ເຮັດໃຫ້ແຟນໆຍິ້ມໄດ້ແດ່ບໍ່? ຢ່າງໃດກໍຝາກເປັນກຳລັງໃຈໃຫ້ນ້ອງໆນັກກິລາບານເຕະຍິງ ທີີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 15 ປີ ກັນຫຼາຍໆໂລດເດີ້ ເພາະທີມຊາດລາວ ຍັງເຫຼືອການແຂ່ງຂັນ ຢູ່ 2 ນັດຄື:

– ວັນທີ 15/05/2019 ເວລາ 15:00 ທີມຊາດລາວ ພົບ ທີມຊາດກຳປູເຈຍ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1.
– ວັນທີ 17/05/2019 ເວລາ 18:00 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1.

#ແຊຣເພື່ອເປັນກຳລັງໃຈໃຫ້ນ້ອງໆນັກກິລາບານເຕະຍິງທີີມຊາດລາວ #ເຊຍລາວສູ້ໆ

ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

ແບ່ງປັນ