Breaking News

ຂ່າວດີ! ໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ແລ້ວ (ແຊຣໄປໃຫ້ໂລກຮູ້)

ແບ່ງປັນ

ນັບວ່າເປັນຂ່າວດີຂອງປະຊາຊົນຄົນລາວທຸກໆຄົນ ຫຼ້າສຸດໄດ້ມີການເປີດເຜີຍວ່າ: ໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ແລ້ວ ເຊິ່ງຂ່າວດີດັ່ງກ່າວ ສ້າງຄວາມປິຕິຍິນດີໃຫ້ຄົນລາວທົ່ວປະເທດ.

ສຳລັບການປະກາດຮັບຮອງຢ່າງເປັນທາງການໃຫ້ ໄຫຫີນ ແຂວງຊຽງຂວາງ ໄດ້ເປັນມໍລະດົກໂລກນັ້ນ ຈະມີການປະກາດໃນກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 30 ມິຖຸນາ-7 ກໍລະກົດ 2019 ທີ່ຈະເຖິງນີ້ ຢູ່ທີ່ປະເທດອາແຊັກບາຍຊານ.

(ເປັນຂ່າວທີ່ໜ້າຍິນດີຫຼາຍໆ ຢ່າລືມແຊຣໃຫ້ຄົນລາວ ແລະ ຄົນທົ່ວໂລກໄດ້ຮູ້ນຳກັນເດີ້ແຟນໆ)

ທີ່ມາ: ສາລາກະວີ ງົວແລະກວຽນ

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ