Breaking News

ເຄີຍຮູ້ກ່ຽວກັບປະຫວັດຄວາມເປັນມາຂອງ “ທົ່ງໄຫຫີນ” ມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຫຼືບໍ່? (ຖ້າຍັງ…ມາຮູ້ໄປພ້ອມໆກັນ!!!)

ແບ່ງປັນ

ຄວາມພູມໃຈ! “ທົ່ງໄຫຫີນ” ຈາກແຂວງຊຽງຂວາງປະເທດລາວສູ່ມໍລະດົກໂລກ ມາຮູ້ຈັກປະຫວັດຄວາມເປັນມາໄປພ້ອມໆກັນ ເພາະຫຼ້າສຸດໄດ້ມີການເປີດເຜີຍວ່າ: ທົ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ແລ້ວ ເຊິ່ງຂ່າວດີດັ່ງກ່າວ ສ້າງຄວາມປິຕິຍິນດີໃຫ້ຄົນລາວທົ່ວປະເທດ, ແຕ່ບາງຄົນທີ່ເປັນຄົນລາວ ໂດຍສະເພາະຄົນຮຸ່ນໃໝ່ ກໍຍັງບໍ່ຮູ້ເຖິງປະຫວັດຄວາມເປັນມາຂອງ ທົ່ງໄຫຫີນ ແຂວງຊຽງຂວາງ, ດັ່ງນັ້ນ! ໃນມື້ນີ້ ຂວັນໃຈ ຈະພາແຟນໆໄປຊອກຄວາມຮູ້ຕົ້ນກຳເນີດ ຊອກຮູ້ເຖິງປະຫວັດຄວາມເປັນມາຂອງ ທົ່ງໄຫຫີນ” ມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ.

ທົ່ງໄຫຫີນ” ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ປະເທດລາວ ຊາວບ້ານໄປພົບພໍ້ລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫ ເຮັດດ້ວຍຫີນຊາຍທີ່ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ວາງແຈກຢາຍຢູ່ໃນບໍລິເວນ ເຂດໂພນສະຫວັນ ແລະ ຍັງມີບ່ອນອື່ນໆອີກໃນແຂວງຊຽງຂວາງ,

ໄຫຫີນສ່ວນຫຼາຍສະກັດມາຈາກຫີນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍທີ່ມີຮ່ອງຮອຍການເກືອກລາກມາຈາກບ່ອນອື່ນ ບາງໄຫມີລັກສະນະແກະສະຫຼັກຍັງບໍ່ສຳເລັດກໍມີ ນອກຈາກນີ້ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍຊຶ່ງເປັນເຄື່ອງຢືນຢັນການໃຊ້ຫີນໃນພິທີຝັງສົບໄດ້ຢ່າງດີສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະນະປະກອບພິທີ.

ອ້ອມຮອບໄຫຫີນພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບສຳລິດຂອງຫວຽດນາມ ຈຶ່ງພໍຈະຄາດເດົາໄດ້ວ່າຊົນເຜົ່າທີ່ສ້າງໄຫຫີນຂຶ້ນມານີ້ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າຂາຍໄປທົ່ວພູມີພາກແຖວນີ້ດ້ວຍ,

ນັກບູຮານຄະດີລຸ້ນຫລັງໆລົງຄວາມເຫັນວ່າ ເຈົ້າຂອງອາລິຍະທໍານີ້ອາດຈະເປັນຝີມືຂອງຊົນເຜົ່າຈາມໃນຫວຽດນາມ ຫລື ເປັນຝີມືຂອງຊາວລາວເທີງທີ່ອາໄສຢູ່ໃນແຂວງອັດຕະປື ທາງທິດຕະເວັນອອກສຽງໃຕ້ ຂອງປະເທດລາວ ຕິດກັບຊາຍແດນປະເທດກຳປູເຈຍກໍເປັນໄດ້.

ທີ່ມາ: http://sabaideeasean.orgfree.com/Laos/North%20Plain%20of%20jar%20Laos.html

ແບ່ງປັນ