Breaking News

ຂໍສະແດງຄວາມຍິນດີ! ນັກເຕະຍິງທີມຊາດລາວ ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ (ຟອມດີຫຼາຍ ແຊຣເປັນກຳລັງໃຈໃຫ້ເດັກລາວ)

ແບ່ງປັນ

ເກັ່ງຫຼາຍໆ ທີມຊາດຍິງ ລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຍັງຜົນງານດີຕໍ່ເນື່ອງ ຊະນະ ທີມຊາດ ກຳປູເຈຍ ຮຸ່ນອາຍຸບໍ່ເກີນ 15 ປີ 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ ວັນທີ 15 ພຶດສະພາ 2019 ຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1 ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື “AFF U15 GIRLS’ CHAMPIONSHIP 2019”

ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດກຳປູເຈຍ 2-0 ໂດຍ ທີມຊາດລາວ ໄດ້ປະຕູ ຈາກ ເບີ 9 ຈິນດາ ສີຫາລາດ ນາທີ 29 ແລະ ເບີ 10 ແສງເດືອນ ພົງໄພລັດ ນາທີ 49 ຈາກໄຊຊະນະດັ່ງກ່າວເຮັດໃຫ້ທີມຊາດລາວ ມີເພີ້ມ 9 ຄະແນນຜ່ານເຂົ້າສູ່ຮອບຮອງຊະນະເລີດ ຫລັງຈາກລົງສະຫນາມ 3 ນັດ ຊະນະ 3 ນັດ ມີ 9 ຄະແນນ

ທີມຊາດລາວ ຍັງເຫລືອການແຂ່ງຂັນ ນັດສຸດທ້າຍ ເພື່ອຍາດຊີງອັນດັບ 1 ຂອງກຸ່ມ ບີ ໂດຍຈະແຂ່ງຂັນ ວັນທີ 17/05/2019 ເວລາ 18:00 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1. (ຝາກເປັນກຳລັງໃຈໃຫ້ນ້ອງໆທີມຊາດຍິງລາວຫຼາຍໆໂລດເດີ້ແຟນໆ)

ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ ແຂວງ ຊົນບູຣີ ປະເທດໄທ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື: – ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ. – ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.

#ແຊຣເພື່ອເປັນກຳລັງໃຈໃຫ້ນ້ອງໆນັກກິລາບານເຕະຍິງທີີມຊາດລາວ #ເຊຍລາວສູ້ໆ #ແຊຣໄປໃຫ້ໂລກຮູ້ 

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ມາແບບເໜືອຊັ້ນ! ນັກເຕະຍິງທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ ໄປເຖິງ “7-0” (ຊົມເຊີຍ! ເກັ່ງຫຼາຍໆ)

ແບ່ງປັນ