Breaking News

ສາຍບຸນ Come back! ນັກສະແດງຊື່ດັງລະດົມທຶນເພື່ອຊ່ວຍເຫຼືອຊື້ອຸປະກອນການແພດໃຫ້ກັບໂຮງຫມໍ 108 ທີ່ເມືອງ ວັງວຽງ!!!

ແບ່ງປັນ

ເມື່ອເວົ້າເຖິງຊື່ ລູກນໍ້າ ທິດາລັດ ວົງສິລິ ນອກຈາກແຟນໆຈະຮູ້ໃນຖານະທີ່ນາງເປັນນາງງາມ ເປັນນັກສະແດງທີ່ມີຊື່ສຽງມີໂອກາດໄປຮ່ວມງານ-ສະແດງລະຄອນເປັນນາງເອກເຖິງປະເທດໄທ ແຕ່ອີກສາຍາໜຶ່ງຂອງນາງກໍຄື “ນາງງາມສາຍບຸນ”

ຫຼ້າສຸດ ລູກນໍ້າ ທິດາລັດ ກໍໄດ້ລະດົມທຶນເພື່ອຊ່ວຍເຫຼືອຊື້ອຸປະກອນການແພດໃຫ້ກັບ ໂຮງຫມໍ 108 ທີ່ເມືອງ ວັງວຽງ ແຂວງ ວຽງຈັນ ປະເທດລາວ ເຊິ່ງການລະດົມທຶນຂອງນາງໃນເທື່ອນີ້ແມ່ນໄດ້ຊື້: ຊື້ຕຽງເກີດລູກ ແລະ ໂຄມໄຟ ບາຫລອດແທກໄຂ້ ເຄື່ອງແທກຕັ່ງຊົ່ງ ໃຫ້ກັບໂຮງໝໍດັ່ງກ່າວ…

ແລະ ນາງກໍຍັງໄດ້ໂພສຮູບພາບ ພ້ອມກັບແຄັບຊັ່ນອະທິບາຍວ່າ: “ປີນີ້ ເປັນອີກໂຄງການຫນຶ່ງ ໃນການ ຊ່ວຍໂຮງຫມໍ ທີ່ນ້ຳເຮັດສຳເລັດ ໃນການລວບລວມເງິນນຳຫມູ່ເພື່ອນມາຊື້ຕຽງເກີດລູກ ແລະ ໂຄມໄຟ ບາຫລອດແທກໄຂ້ ເຄື່ອງແທກຕັ່ງຊົ່ງ ໃຫ້ກັບໂຮງຫມໍ 108 ຢູ່ ເມືອງ ວັງວຽງ….. ຕຽງເກີດລູກໂຕເກົ່າແມ່ນໃຊ້ມາ 30ກວ່າປີແລ້ວ.. ຂອບໃຈຫມູ່ເພື່ອນທຸກໆຄົນທີ່ຊ່ວຍກັນ 1ແຮງຕໍ່ 1ຄົນຊ່ວຍກັນ ກາສິເປັນແຮງໃຫຍ່ ໃນການຊ່ວຍເຫລືອສັງຄົມ ຂອບໃຈຫລາຍໆເດີ້ ທີ່ຊ່ວຍກັນ”

ພໍແຕ່ໂພສນີ້ຖືກເຜີຍແຜ່ໄປກໍເຮັດໃຫ້ມີບັນດາແຟນຄລັບເຂົ້າໄປສະແດງຄວາມຄິດເຫັນ ແລະ ເຂົ້າໄປຊົມເຊີຍໃນຄວາມມີນໍ້າໃຈຊ່ວຍເຫຼືອສັງຄົມຂອງ ລູກນໍ້າ ທິດາລັດ ນາງງາມສາຍບຸນຄົນນີ້ກັນຢ່າງຫຼວງຫຼາຍ.

ຮູບພາບ: Louknum Vongsili

ແບ່ງປັນ