Breaking News

ງົດງາມ ຄວາມສາມາດແໜ້ນ! ໄດ້ແລ້ວ Miss Universe Myanmar 2019 (ຂໍສະແດງຄວາມຍິນດີ)

ແບ່ງປັນ

ເລີ່ມຕົ້ນເດືອນ ມິຖຸນາ 2019 ກັບເວທີຂາອ່ອນ ຫຼ້າສຸດກໍປະກາດຜົນກັນມາແລ້ວສຳລັບ Miss Universe Myanmar 2019 ເຊິ່ງສາວງາມທີ່ມີຄວາມເໝາະສົມ ຄວ້າມົງກຸດໄປຄອງໄດ້ແກ່ ນາງ ຊະເວ ຊີນ ແທດ (Swe Zin Htet) ອາຍຸ 20 ປີ ເປັນສາວງາມທີ່ມາພ້ອມຄວາມງາມ ແລະ ຄວາມສາມາດ (ຂໍສະແດງຄວາມຍິນດີ)

ສຳລັບ ຊະເວ ຊີນ ແທດ (Swe Zin Htet) ອາຍຸ 20 ປີ ລວງສູງ 179 ຊັງຕີແມັດ ເປັນສາວງາມຈາກເມືອງ ພະອານ (Pha-An) ເປັນສາວງາມທີ່ໂດດເດັ່ນ ກຳລັງສຶກສາທີ່ National University of Arts and Culture

ກ່ອນໜ້ານີ້ນາງເຄີຍມີຜົນງານໃນເວທີນາງງາມມາຫຼາຍເວທີແລ້ວເຊັ່ນ: Miss Univers Hpa-An 2018 , Miss Supranational Myanmar 2016 , Miss Supranational Top10 , Miss Personality ພໍມາຮອດປີ 2019 ສາວງາມຄົນນີ້ກໍຕັດສິນໃຈລົງປະກວດໃນເວທີ Miss Universe Myanmar 2019 ແລະ ກໍເປັນໄປຕາມຄາດສາມາດຄວ້າລາງວັນຊະນະເລີດໄປຄອງ ພ້ອມດ້ວຍລາງວັນພິເສດອີກໜຶ່ງລາງວັນກໍຄື “Miss Best Swimsuit” ອີກດ້ວຍ.

ງົດງາມ ເໝາະສົມກັບຕຳແໜ່ງຫຼາຍໆ, ຢ່າງໃດກໍຂໍສະແດງຄວາມຍິນດິີກັບ Miss Universe Myanmar 2019.

(ຂໍຂອບໃຈຮູບພາບ)

Story: ຊະນີIndy

ແບ່ງປັນ