Breaking News

“ເດັກໃນມື້ນີ້ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຜູ້ຕັດສິນສະຕາຕໍ່ປະເທດຊາດ” ສານຂອງພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 

ແບ່ງປັນ

ພີ່ນ້ອງຮ່ວມຊາດ ທີ່ນັບຖື ຮັກແພງ ລູກຫຼານລາວບັນດາເຜົ່າ ທີ່ຮັກທັງຫລາຍ !


ໃນທາມກາງທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ພວກເຮົາພ້ອມກັບປະຊາຊາດໃນທົ່ວໂລກສະເຫລີມສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ 2019 ຄຽງຄູ່ກັບການຈັດຕັ້ງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົ້ນຟື້ນ.

ປີນີ້ ເປັນປີທີ່ພິເສດ ເພາະພວກເຮົາຈະໄດ້ມາຮ່ວມກັນທົບທວນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ຮອດປີ 2030 ພາຍໃຕ້ຄຳຂວັນ “ສຸມທຸກກຳລັງເຫື່ອແຮງ ແລະ ຄວາມສາມາດ ເພື່ອພັດທະນາແມ່ຍິງ ແລະ ເດັກ ໃຫ້ມີສຸຂະ ພາບສົມບູນ, ແຂງແຮງດ້ານຮ່າງກາຍ ແລະ ຈິດໃຈ, ມີຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາໃນການດຳລົງຊີວິດ, ຊຸກຍູ້ໃຫ້ຄອບຄົວໃນທົ່ວສັງຄົມ ເປັນເຈົ້າການໃນການປະຕິບັດສິດທິຕໍ່ແມ່ຍິງ ແລະ ເດັກ, ປ້ອງກັນ, ຕ້ານ ແລະ ແກ້ໄຂບັນຫາການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິງ ແລະ ເດັກ ເພື່ອໃຫ້ມີຄວາມຍຸຕິທຳ”.


ພັກ ແລະ ລັດຖະບານ ຍາມໃດກໍ່ຖືເອົາວຽກງານປົກປ້ອງ ແລະ ພັດທະນາເດັກ ເປັນວຽກງານທີ່ສຳຄັນ ເພາະເດັກເປັນອະນາຄົດຂອງຊາດ. 

“ເດັກໃນມື້ນີ້ ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຜູ້ຕັດສິນສະຕາຕໍ່ປະເທດຊາດ ກໍ່ຄື ຄວາມຢູ່ດີກິນດີ ແລະ ຄວາມຮັ່ງມີຜາສຸກ ຂອງປະຊາຊົນກໍ່ຄືຄວາມຈະເລີນຮຸ່ງເຮືອງຂອງບ້ານເມືອງ”

ທີ່ມາ: Support Prime Minister Thongloun Sisoulith

ຮູບພາບ: Panyathip International School Nonsavanh Campus

ແບ່ງປັນ