Breaking News

ເປັນຫຍັງຄືຍັງບໍ່ມີແຟນ ຫຼື ປານໃດຈະແຕ່ງດອງຈັກເທື່ອ? ຄຳທີ່ບໍ່ຄວນເວົ້າ…ເພາະມັນເສຍມາລະຍາດ

ແບ່ງປັນ

ລອງມາເບິ່ງຄຳເວົ້າ ຄຳທ້ວງທີ່ມັກໄດ້ຍິນກັນເລື້ອຍໆ ແຕ່ຮູ້ບໍ່ວ່າມັນ “ເສຍມາລະຍາດ” ເພາະປັດຈຸບັນກ້າວເຂົ້າຍຸກອອນລາຍ ໂລກປ່ຽນໄປແລ້ວ ຄົນເຮົາບໍ່ຈຳເປັນຈະຕ້ອງມານັ່ງທ້ວງ ນັ່ງຖາມ ຫຼື ສົນໃຈເລື່ອງຂອງຄົນອື່ນຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ກາຍເປັນຄົນໝົກມຸ່ນບໍ່ມີວຽກ ແລະ ເບິ່ງເປັນຄົນທີ່ມີທັດສະນະຄະຕິທີ່ບໍ່ຄ່ອຍດີ, ດັ່ງນັ້ນລອງມາເບິ່ງກັບຄຳເວົ້າທີ່ບໍ່ຄວນທ້ວງ ເພາະມັນຈະເຮັດໃຫ້ຄົນທ້ວງກາຍເປັນຄົນເສຍມາລະຍາດໄປໃນທັນທີ…

1 . ຕຸ້ຍຂຶ້ນແມ່ນບໍ່? 

ເຊື່ອວ່າຄົງຈະບໍ່ມີໃຜຄົນໃດມັກ ແລະ ຢາກໄດ້ຍິນປະໂຫຍກນີ້ ເຖິງແມ່ນວ່າຄົນເວົ້າຈະຕັ້ງໃຈຫຼືບໍ່ກໍຕາມ

2. ຄືເຕ້ຍແທ້…

ນໍ້າໜັກວ່າເປັນເລື່ອງທີ່ບໍ່ຄວນເວົ້າແລ້ວ ເລື່ອງລວງສູງກໍເຊັ່ນດຽວກັນ ເພາະບາງຄົນທີ່ເຂົາເຕ້ຍ ເກີດມາບໍ່ສູງ ຂາຍາວຄືກັບນາງແບບ ຫຼື ນາຍແບບ ເຂົາກໍຮູ້ໂຕດີຢູ່ແລ້ວ, ດັ່ງນັ້ນແນະນຳວ່າບໍ່ຄວນໄປທ້ວງພວກເຂົາເດີ້ ດີແທ້ບໍ່ຄວນເບິ່ງກັນທີ່ຮູບລັກພາຍນອກຈະສິ່ງທີ່ດີກວ່າເນາະ

3.ເປັນຫຍັງຄືຍັງບໍ່ມີແຟນ ຫຼື ປານໃດຈະແຕ່ງດອງ

ຕ້ອງບອກກ່ອນເລຍວ່າບາງຄົນກໍມີຄວາມສຸກທີ່ຈະຄອງໂສດ ໃຊ້ຊີວິດແບບບໍ່ຕ້ອງການຄູ່ຄອງແຕ່ກໍມີຄວາມສຸກໄດ້ ແຕ່ເຊື່ອວ່າພວກເຂົາກໍບໍ່ໄດ້ບໍ່ຢາກມີຄູ່ເດີ້ ແຕ່ໃນເມື່ອມີແລ້ວບໍ່ມີຄວາມສຸກ ເຮັດໃຫ້ຊີວິດຕົກຕໍ່າ ແນ່ນອນເລີຍວ່າພວກເຂົາຄອງໂສດຈະດີກວ່າ, ຂໍບອກໄວ້ເລີຍວ່າທີ່ເຫັນຄົນໂສດບໍ່ມີແຟນ ກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະໂຫຍຫາຄວາມຮັກແບບຊູ້ສາວສະເໜີໄປ ເຂົາອາດຈະມີຄວາມສຸກກັບຄົນໃນຄອບຄົວ ໝູ່ເພື່ອນ ຮັກສັດ ຫຼື ຮັກໃນສິ່ງທີ່ພວກເຂົາກຳລັງເຮັດຢູ່, ດັ່ງນັ້ນບໍ່ຄວນໄປຖາມຄົນໂສດວ່າ “ເປັນຫຍັງບໍ່ມີແຟນ” ຫຼື “ປານໃດຈະແຕ່ງດອງ” ເພາະບາງເທື່ອເຈົ້າອາດຈະບໍ່ມີຄວາມສຸກເທົ່າກັບພວກເຂົາກໍເປັນໄດ້

4. ຂີ້ລ້າຍ!!!

ເປັນອີກປະໂຫຍກໜຶ່ງທີ່ເຮັດໃຫ້ໝົດຄວາມໝັ້ນໃຈ ຖ້າຈະທ້ວງກັນເຖິງຂະໝາດນີ້ ຄົນທ້ວງກໍຄວນເບິ່ງໜ້ອຍໜຶ່ງວ່າພວກເຫຼົ່ານີ້ກຳລັງບໍ່ສະບາຍ ຫຼື ໂດຍສະເພາະສາວໆເຂົາອາດຈະບໍ່ໄດ້ແຕ່ງໜ້າມາກໍໄດ້

5. ກ້າແຕ່ງໂຕແບບນີ້ອອກຈາກບ້ານເສີຍ…

ໂລກຂອງແຟຊັ່ນມັນເປັນຫຍັງທີ່ຢຸດຈິນຕະນາການບໍ່ໄດ້ ດັ່ງນັ້ນການແຕ່ງໂຕກໍເຊັ່ນກັນ ມັນກໍຂຶ້ນກັບຄວາມມັກ ແລະ ສິດທິຂອງພວກເຂົາ, ດັ່ງນັ້ນປະໂຫຍກນີ້ບໍ່ຄວນທ້ວງເດັດຂາດ ເພາະອາດຈະເຮັດໃຫ້ຄົນທີ່ທ້ວງກາຍເປັນຄົນລ້າສະໄໝ ແລະ ບໍ່ມີສິລະປະ

6. ບໍ່ເຫັນຈະງາມ…
ສະໄໝນີ້ມັນຍຸກໄດແລ້ວ ເຂົາເລີກວີພາກວິຈານເລື່ອງໜ້າຕາ ແລະ ຮູບລັກພາຍນອກກັນແລ້ວ ເຂົາເບິ່ງກັນທີ່ຄວາມສາມາດ ທາງທີ່ດີຄວນຊວນກັນລົມເລື່ອງອື່ນທີ່ມັນສ້າງສັນຈະດີກວ່າ

ທີ່ມາບາງສ່ວນ: https://women.mthai.com/women-variety/378502.html

ຮູບພາບປະກອບ: Google

ແບ່ງປັນ