ໃນວັນທີ 1 ມິຖຸນາ 2019 ທີ່ຜ່ານມາ ໄດ້ມີການແຂ່ງຂັນບານເຕະລະດັບໂຮງຮຽນນານາຊາດໃນງານ Bangkok Soccer Schools International Tournament (BSS) ຢູ່ທີ່ພັດທະຍາ ປະເທດໄທ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງທີມ ນັກກິລາບານເຕະຊາຍ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10) ລົງແຂ່ງຂັນໃນງານນີ້ອີກດ້ວຍ.
ການເດີນທາງໄປຮ່ວມແຂ່ງຂັນໃນເທື່ອນີ້ນຳພາໂດຍຄູເຝິກຊາວຕ່າງຊາດກໍຄື ຄູເຝິກ Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດໄປຮ່ວມແຂ່ງຂັນ, ໃນການແຂ່ງຂັນມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ ມີຕັ້ງແຕ່ລຸ້ນອາຍຸ 7 ປີ ໄປຈົນຮອດ 12 ປີ
ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ
ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 ປີ ກໍໂຊຜົນງານການແຂ່ງຂັນໃນເທື່ອນີ້ໄດ້ດີຫຼາຍ ໂດຍສະເພາະທີມ U11 ທີ່ຜົນໂຊຜົນງານການຫລິ້ນໄດ້ຢ່າງໜ້າຍິນດີ ສາມາດແຂ່ງຂັນໄດ້ຮັບຫຼຽນໄຊ ແລະ ຂັນລາງວັນລຸ້ນ “2008 Age Group Plate Winners” ມາຝາກຄົນລາວທຸກໆຄົນອີກດ້ວຍ.
ສຳລັບການເດີນທາງໄປແຂ່ງຂັນບານເຕະໃນລະດັບໂຮງຮຽນນານາຊາດໃນເທື່ອນີ້ ສະໜັບສະໜູນຊຸດກິລາໂດຍ Kaogee Cafe
ຢ່າງໃດກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍກັບນ້ອງໆທີມນັກເຕະບານຈາກລາວເຮົາທຸກຄົນ ນ້ອງໆເກັ່ງຫຼາຍໆ.