Breaking News

ໃຜວ່າເປັນແມ່ລູກອ່ອນຕ້ອງຂາດລາຍໄດ້? ມາເບິ່ງອາຊີບທີ່ຊ່ວຍໃຫ້ຫາລາຍໄດ້ ຄວບຄູ່ໄປກັບການລ້ຽງລູກໄປພ້ອມໆກັນ

ແບ່ງປັນ

ສະຖາບັນຄອບຄົວເປັນເລື່ອງສຳຄັນ ການຈະລ້ຽງເດັກນ້ອຍຄົນໜຶ່ງໃຫ້ເຕີບໃຫ່ຍ ແລະ ເປັນຄົນດີຂອງພໍ່ແມ່ ຄອບຄົວ ແລະ ສັງຄົມໄດ້ ຈຸດເລີ່ມຕົ້ນກໍຕ້ອງເລີ່ມມາຈາກການລ້ຽງດູຂອງພໍ່ແມ່ ຊຶ່ງແຕ່ລະບ້ານກໍຈະມີວິທີລ້ຽງທີ່ແຕກຕ່າງກັນໄປ ແມ່ບາງທ່ານພໍກຳເນີດລູກແລ້ວກໍຕັດສິນໃຈອອກຈາກວຽກປະຈຳ ເພື່ອຕ້ອງການມາລ້ຽງດູເບິ່ງແຍງລູກຢ່າງໃກ້ຊີິດ ບາງຄົນບໍ່ມີເວລາກໍຈຳເປັນຕ້ອງຈ້າງເອື້ອຍລ້ຽງໆຊ່ວຍ ແຕ່ທີ່ເວົ້າມານີ້ເຊື່ອເລີຍວ່າແມ່ຫຼາຍທ່ານກໍພະຍາຍາມທີ່ຈະທຸ່ມເທເວລາເພື່ອການເບິ່ງແຍງລ້ຽງດູລູກຢ່າງເຕັມທີ່ ແຕ່ສະໄໝນີ້ໂລກປ່ຽນໄປ ຄ່າໃຊ້ຈ່າຍ ຄ່າຄອງຊີບກໍສູງ ຖ້າຈະໃຫ້ແຕ່ງງານເພື່ອມາເປັນແມ່ບ້ານຢ່າງດຽວໂດຍທີ່ບໍ່ມີລາຍໄດ້ຈຸນເຈີອຄອບຄົວຄົງຈະບໍ່ໄຫວ, ດັ່ງນັ້ນ!!! ລອງມາເບິ່ງນຳກັນວ່າຈະມີອາຊີບໃດແດ່ທີ່ຈະຊ່ວຍໃຫ້ບັນດາແມ່ລູກອ່ອນທັງຫຼາຍສາມາດຫາລາຍໄດ້ ແລະ ຄວບຄູ່ໄປກັບການລ້ຽງລູກໄປພ້ອມໆກັນ…

  • ຂາຍເຄື່ອງອອນລາຍ

ປີນີ້ 2019 ແລ້ວເດີ້ແມ່ໆທັງຫຼາຍ ໃຫ້ຫັນມາໃຊ້ເຕັກໂນໂລຊີທີ່ມີໃນມືໃຫ້ເປັນປະໂຫຍດກັນດີກວ່າບໍ່ວ່າຈະເປັນ Facebook Instagram Twitter ກໍຫຼິ້ນ ແລະ ເຂ່ຍໜ້າຈໍໂທລະສັບຢູ່ແລ້ວ ໃຫ້ລອງພິກໄວິກິດໃຫ້ເປັນໂອກາດ ລອງຫາສິນຄ້າທີ່ໜ້າສົນໃຈ ກຳໄລງາມ ມາຂາຍກັນດີບໍ່? ອາໄສຈັງຫວະລູກນ້ອຍຫຼັບ ລອງມາໂພສຂາຍເຄື່ອງ ຝາກຮ້າ່ນ ເຮັດໂຄສະນາ ເວົ້າບໍ່ໄດ້ເດີ້ຈາກຄິດວ່າເປັນພຽງລາຍໄດ້ເສີມ ຕໍ່ໄປອາດຈະກາຍເປັນລາຍໄດ້ຫຼັກໄປເລີຍກໍມີ

  • ເປີດສອນພິເສດ

ແມ່ຍຸກໃໝ່ແຕ່ລະຄົນກໍມີຄວາມຮູ້ຄວາມສາມາດ ຈະໃຫ້ຖິ້ມວິຊາທີ່ຮຽນມາເພື່ອມາລ້ຽງລູກກໍໜ້າເສຍດາຍ ລອງພິກໂອກາດນີ້ໂດຍການເປີດສອນພິເສດໃຫ້ເຍົາວະຊົນແຖວບ້ານ ຄິດຄ່າຮຽນບໍ່ແພງຫຼາຍ ຮັບຮອງຖ້າສອນດີເດັກນ້ອຍທີ່ມາຮຽນເຂົ້າໃຈດີ ພວກເຂົາກໍຈະໄປບອກຕໍ່ໆກັນ ມີໂອກາດທີ່ລາຍໄດ້ຈະເຂົ້າມາແບບບໍ່ອັ້ນ

  • ຮັບງານຟີຣແລນທີ່ຖະໜັດ

ແຕ່ລະຄົນກໍຈະມີຄວາມສາດມາດທີ່ແຕກຕ່າງກັນໄປ ຫຼັງຈາກຄອບວຽກປະຈຳເພື່ອທີ່ຈະກຽມເກີດລູກແລ້ວ ກໍລອງໃຊ້ຖານລູກຄ້າເກົ່າທີ່ເຄີຍຕິດຕໍ່ກັນ ຮັບງານນອກເວລາມາເຮັດວຽກຢູ່ບ້ານ ບໍ່ວ່າຈະເປັນວຽກຂຽນ ຫຼື ວຽກກຼາບຟິກດີຊາຍ ຫຼື ອອກແບບ ງານສີມຶຕ່າງໆ ເພື່ອຈະນຳເອົາເວລາມາລ້ຽງລູກ ແລະ ສ້າງລາຍໄດ້ໄປໃນຕົວ

ເປັນແນວໃດ? ພໍເຫັນຊ່ອງທາງທີ່ຈະຫາລາຍໄດ້ຢູ່ບ້ານກັນແລ້ວບໍ່ແມ່ໆທັງຫຼາຍ, ຖ້າຮູ້ສຶກວ່າບົດຄວາມນີ້ເປັນປະໂຫຍດກໍຢ່າລຶມແຊຣໃຫ້ໝູ່ເພືຶ່ອນຄົນອື່ນໄດ້ເຫັນນຳກັນຫຼາຍໆເດີ້.

ທີ່ມາ: https://women.mthai.com/momandchildren/264586.html

ຮູບພາບ: https://www.care.com/c/stories/5289/5-ways-a-work-at-home-mom-can-actually-get-he/

ແບ່ງປັນ