Breaking News

ປ່ອຍແລ້ວ! ເພງປະກອບຮູບເງົາ “ຮັກມະຍ່ອມມະແຍ່ມ” ຄົບອາລົມ ມ່ວນ ຮາ ຊຶ້ງ ແນ່ນອນ!!!

ແບ່ງປັນ

ຫຼັງຈາກທີ່ ພູມຊະນະ ສິຣິວົງສາ ຫຼື ເຈ້ຍ ປາຊີຟິກ ຜູ້ກຳກັບຊື່ດັງຂອງລາວ ໄດ້ອອກມາເປີດເຜີຍເຖິງບົດຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄດ້ສຳເລັດເຖິງ 100% ແລ້ວ ແລະ ຫຼັງຈາກນັ້ນອີກບໍ່ດົນກໍໄດ້ມີການເປີດໂຕນັກສະແດງນຳໃນຮູບເງົາເລື່ອງນີ້ ເຊິ່ງຖືວ່າເປັນຮູບເງົາທີ່ລວມເອົາບັນດານັກສະແດງ ສິລະປິນລາວມາໄວ້ໃນຮູບເງົາເລື່ອງນີ້ເລີຍກໍວ່າໄດ້ ແລະ ທີ່ເຮັດເອົາເຊີໄພ້ແຟນໆຊາວລາວຫຼາຍທີ່ສຸດກໍຄື ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ກໍຈະຮ່ວມສະແດງນຳໃນຮູບເງົາລາວເລື່ອງ “ຮັກມະຍ່ອມມະແຍ່ມ” ນີ້ອີກດ້ວຍ

ແຕ່ຫຼ້າສຸດໃນວັນທີ 5 ມິຖຸນາ 2019 ກໍໄດ້ມີການປ່ອຍເພງປະກອບຮູບເງົາ “ຮັກມະຍ່ອມມະແຍ່ມ” ມາໃຫ້ແຟນໆໄດ້ຟັງກັນໄປກ່ອນ ແລະ ຄາດວ່າຈະມີ MV ເພງໃຫ້ແຟນໆໄດ້ເບິ່ງໄວໆນີ້…

ຫັ້ນແນ່! ໄດ້ຟັງແຕ່ເພງ ກໍຍັງຮູ້ສຶກມ່ວນ ຕະຫຼົກ ແລ້ວແມ່ນບໍ່? ເອົາເປັນວ່າອົດໃຈລໍຖ້າຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄປກ່ອນເນາະ ສັນຍາຈະມາອັບເດດໃຫ້ແຟນໆໄດ້ຮູ້ແນ່ນອນ.

ຄລິບ: Jear Keoheang

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ຄັ້ງທຳອິດ! ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ຈະຮ່ວມສະແດງຮູບເງົາລາວ (ກຽມໂຕຮາ…ໄວ້ເລີຍ!!!)

ແບ່ງປັນ