Breaking News

ສະຖານທູດໄທ ແລະ ເອັດສຊີຈີ ຮ່ວມກັນຈັດໂຄງການກວດແລະຮັກສາສຸຂະພາບແຂ້ວໃຫ້ພຣະສົງລາວ ຫຼາຍກວ່າ 999 ອົງ

ແບ່ງປັນ

ສະຖານເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ເອັດສຊີຈີ ເຊີ່ງເປັນອົງກອນຊັ້ນນໍາທີ່ມຸ້ງສ້າງຄວາມຍືນຍົງໃນອາຊຽນ ພ້ອມດ້ວຍຜູ້ປະກອບການໄທໃນ ສປປ ລາວ ຮ່ວມກັນຈັດກິດຈະກໍາກວດສຸຂະພາບ ແລະ ຮັກສາແຂ້ວໃຫ້ແກ່ພຣະສົງ ແລະ ສໍາມະເນນຫຼາຍກວ່າ 999 ອົງ ໂດຍມີຄະນະທັນຕະແພດ ຈາກໜ່ວຍທັນຕະກໍາພຣະຣາດຊະທານ ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລພ້ອມເຈົ້າໜ້າທີ່ສະໜັບສະໜູນຫຼາຍກວ່າ 70 ຄົນ ມາໃຫ້ບໍລິການໃນວັນທີ 5 ແລະ 6 ມິຖຸນາ 2019 ທີ່ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ ສປປ ລາວ.

ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ກ່າວວ່າ: ການບໍລິການທັນຕະກໍາໃນຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດ ພຣະຣາດຊະພິທີບໍຣົມຣາຊາພິເສກ 2019 ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພຣະລາຊິນີ ປະຈໍາປີ 2019 ໂດຍເປັນຄວາມຮ່ວມມືລະຫວ່າງ ສະຖານເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ຄະນະທັນຕະແພດສາດ ຈຸລາລົງກອນມະຫາວິທະຍາໄລ ແລະ ວິທະຍາໄລສົງອົງຕື້ / ວັດອົງຕື້ມະຫາວິຫານ ແລະ ນັບເປັນຄັ້ງທໍາອິດທີ່ມີການອອກໜ່ວຍທັນຕະກໍາເຄື່ອນທີ່ຂອງໄທຖວາຍແກ່ພຣະສົງ ແລະ ສໍາມະເນນລາວ ແລະ ຍັງເປັນການສົ່ງເສີມຄວາມຮ່ວມມືດ້ານສາທາລະນະສຸກໄທ – ລາວ ລວມທັງການເຮັດບຸນ ທໍານຸບໍາລຸງພຣະພຸດທະສາສະໜາ ໃນໂອກາດນີ້ ທ່ານ ກຽດຕິຄຸນ ຊາດປະເສີດ ໄດ້ກ່າວຂອບໃຈພາກເອກກະຊົນໄທ – ລາວ ແລະ ຜູ້ມີຈິດສັດທາຄົນໄທໃນ ສປປ ລາວ ແລະ ຄົນລາວທີ່ໃຫ້ການສະໜັບສະໜູນໂຄງການດີໆໃນຄັ້ງນີ້.

ທ່ານ ນິທິ ພັດທະຣະໂຊກ, President ທຸລະກິດຊີມັງ ແລະ ຜະລິດຕະພັນກໍ່ສ້າງ ເອັດສຊີຈີກ່າວວ່າ: ການມີສຸຂະພາບທີ່ດີ ເປັນປັດໃຈພື້ນຖານໃນການດໍາລົງຊີວິດ ທາງເອັດສຊີຈີເຫັນຄວາມສຳຄັນໃນການພັດທະນາຄຸນນະພາບຊີວິດ ເພື່ອນໍາໄປສູ່ການພັດທະນາຢ່າງຍືນຍົງ ທາງດ້ານສັງຄົມ ແລະ ວັດທະນະທໍາ ກິດຈະກໍາໃນຄັ້ງນີ້ ຈະເປັນການຊ່ວຍລົດປັນຫາສຸຂະພາບທີ່ເກີດຂຶ້ນແກ່ພຣະສົງ ຊ່ວຍໃຫ້ພຣະສົງສາມາດປະຕິບັດກິດ ແລະ ສືບທອດພຸດທະສາສະໜາຕໍ່ໄປໄດ້ແບບຍືນຍົງ.

ທ່ານ ນິທິ ພັດທະຣະໂຊກ ກ່າວເພີ່ມຕື່ມວ່າ ກິດຈະກໍາຄັ້ງນີ້ ເກີດຂື້ນໄດ້ດ້ວຍຄວາມຮ່ວມມືຂອງຫຼາຍພາກສ່ວນ ທັງສະຖານເອກອັກຄະຣາຊະທູດໄທ ທີ່ນະຄອນຫຼວງວຽງຈັນ, ຜູ້ປະກອບການໄທໃນ ສປປ ລາວ, ຄະນະທັນຕະແພດ ແລະ ເຈົ້າໜ້າທີ່ສະໜັບສະໜູນ ໂດຍຍິນດີທີ່ໄດ້ເຫັນທຸກຄົນຮ່ວມເປັນຈິດອາສາ ເຮັດຄວາມດີຕາມແນວທາງພຣະຣາດຊະດໍາຣິ ມີຄວາມສາມັກຄີປອງດອງ ຮ່ວມແຮງ ຮ່ວມໃຈປະກອບກິດຈະກໍາສາທາລະນະເພື່ອປະໂຫຍດສຸກຂອງສ່ວນລວມ ໂດຍບໍ່ຫວັງສິ່ງຕອບແທນ ແລະ ຍັງໄດ້ນັກສຶກສາທຶນມະຫາວິທະຍາໄລຈາກໂຄງການ SCG Sharing the Dream ມາເປັນອາສາສະໝັກຮ່ວມກິດຈະກໍາອີກດ້ວຍ ນອກຈາກນີ້ ຂໍຂອບໃຈມາຍັງພຣະອາຈານໃຫຍ່ ປອ. ພວງປະເສີດ ພູມມາວົງ ຜູ້ອໍານວຍການ ວິທະຍາໄລສົງວັດອົງຕື້ ແລະ ເຈົ້າອາວາດວັດອົງຕື້ມະຫາວິຫານ ທີ່ອະນຸຍາດໃຫ້ໃຊ້ສະຖານທີ່ຂອງວັດ ແລະ ອໍານວຍຄວາມສະດວກໃນການຈັດກິດຈະກໍາ ອິກທັງພາກລັດ ແລະ ພາກເອກກະຊົນຂອງ ສປປ ລາວ ທີ່ມີສ່ວນຮ່ວມໃນໂຄງການນີ້ດໍາເນີນໄດ້ຢ່າງຮຽບຮ້ອຍ.

ນອກຈາກນີ້ ເອັດສຊີຈີ ໄດ້ມອບເງິນຈໍານວນ 850,000 ບາດ ເພື່ອເປັນຄ່າອຸປະກອນການແພດ ແລະ ການຈັດໂຄງການກິດຈະກໍາ ແລະ ຄາດວ່າຈະມີພຣະພິຂຸສົງ ແລະ ສໍາມະເນນຈາກທົ່ວນະຄອນຫຼວງວຽງຈັນ ເດີນທາງມາຮັບບໍລິການຮັກສາທາງທັນຕະກໍາຫຼາຍກວ່າ 999 ອົງ ເຊິ່ງ ເອັດສຊີຈີ ຫວັງວ່າຜົນສໍາເລັດຈາກຄວາມຮ່ວມມືຄັ້ງນີ້ ຈະເປັນສ່ວນໜຶ່ງໃນການສົ່ງເສີມໃຫ້ພາກເອກກະຊົນໄທຮ່ວມມືກັນຈັດກິດຈະກໍາເພື່ອສັງຄົມ ສປປ ລາວ ໃນດ້ານຕ່າງໆ ເພີ່ມຂຶ້ນຕໍ່ເນື່ອງແບບຍືນຍົງໃນອານາຄົດ.

 

ກ່ຽວກັບ SCG

ເອັດສຊີຈີ ກຸ່ມບໍລິສັດແຖວໜ້າໃນພູມມີພາກອາຊຽນ ປະຈຸບັນປະກອບດ້ວຍ 3 ທຸລະກິດຫຼັກໄດ້ແກ່ ທຸລະກິດຊີມັງ – ຜະລິດຕະພັນກໍ່ສ້າງ, ທຸລະກິດເຄມີຄອລສ໌ ແລະ ທຸລະກິດແພັກເກດຈີ້ງ ຕະຫຼອດໄລຍະເວລາກວ່າ 106 ປີ ເອັດສຊີຈີດຳເນີນທຸລະກິດຕາມແນວທາງການພັດທະນາຢ່າງຍືນຍົງພາຍໃຕ້ຫຼັກບັນສັດພິບານທີ່ດີ ມຸ່ງສູ່ຄວາມເປັນຜູ້ນຳໃນອາຊຽນ ແລະ ຕຽມພ້ອມສຳລັບການແຂ່ງຂັນໃນລະດັບໂລກພັດທະນາຕົນເອງຢ່າງບໍ່ຢຸດຢັ້ງໂດຍສ້າງສັນວັດຕະກຳເພື່ອສ້າງມູນຄ່າເພີ່ມ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ນອກຈາກນັ້ນຍັງມຸ່ງສ້າງຄວາມຈະເລີນກ້າວໜ້າຢ່າງຍືນຍົງໃຫ້ກັບທຸກຊຸມຊົນທີ່ເຂົ້າໄປດຳເນີນທຸລະກິດ.

ເອັດສຊີຈີ ເລິ່ມດຳເນີນທຸລະກິດໃນ ສປປ ລາວ ຕັ້ງແຕ່ປີ 2003 ພາຍໃຕ້ 4 ບໍລິສັດຄື Khammouane Cement Limited (KCL), SCG International Lao, CPAC Lao, ແລະ SCG Logistics (Lao) ເພື່ອຜະລິດ ແລະ ຈັດຈຳໜ່າຍປູນຊີມັງ ສິນຄ້າວັດສະດຸກໍ່ສ້າງ ແລະ ຕົກແຕ່ງເຮືອນຄົບວົງຈອນ ສຳລັບຄວາມຕ້ອງການຂອງຜູ້ບໍລິໂພກພາຍໃຕ້ແບຣນ SCG ແລະ COTTO ເຊັ່ນ: ສິນຄ້າກຸ່ມຫຼັງຄາ, ຝາ ແລະ ເພດານ, ກະເບື້ອງເຊລາມິກ, ສະນວນກັນຄວາມຮ້ອນ, ສຸຂະພັນ, ກ໊ອກນໍ້າ ແລະ ຄອນກຣີດສຳເລັດຮູບ.

ໂຄງການເພື່ອສັງຄົມໃນ ສປປ ລາວ ດໍາເນີນມາດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈຢ່າງຕໍ່ເນື່ອງຕະຫຼອດ 8 ປີ ຊ່ວຍພັດທະນາບຸກຄະລາກອນຂອງປະເທດຜ່ານການສົ່ງເສີມທາງດ້ານການສຶກສາ ເຊີ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG Sharing the Dream ທີ່ດໍາເນີນການໃນພູມມິພາກອາຊຽນໄດ້ແກ່: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ, ກໍາປູເຈຍ ແລະ ມຽນມາ ໂດຍປັດຈຸບັນ ໂຄງການໄດ້ມອບທຶນການສຶກສາໃຫ້ນັກຮຽນປີລະຫຼາຍກວ່າ 6,000 ຄົນ ທົ່ວອາຊຽນ.

 

ແບ່ງປັນ