Breaking News

ສາວປະເພດສອງລາວ ຮ່ວມເດີນແບບເທິງຣັນເວໃນງານ Fashion Show ທີ່ປະເທດໄທ

ແບ່ງປັນ

Hello! ທ້າຍໆອາທິດແບບນີ້ ບໍ່ມີຫຍັງດີໄປກວ່າ ການໄດ້ອັບເດດຂໍ້ມູນຂ່າວສານວ່າບໍ່ແຟນໆ? ເອົາລະ! ບໍ່ເປີດເລື່ອງໃຫ້ມັນຍາວ ຈະພາໄປສອ່ງ ໄປອັບເດດຄວາມເຄື່ອນໄຫວຂອງ ຫລິງຫລິງ ປິຍະດາ ອິນທະວົງ ນັກສະແດງ/ນາງແບບສາວປະເພດສອງຊື່ດັງ ທີ່ຫຼ້າສຸດນາງໄດ້ໄປຮ່ວມງານເດີນແບບຂອງຝັ່ງປະເທດໄທ ໃນງານ “EMPORIUM & EMQUARTIER FIERCE FASHION EP.3” 

ແລະ ສາວ ຫລິງຫລິງ ປິຍະດາ ກໍບໍ່ພາດທີ່ຈະນຳຮູບງາມໆທີ່ນາງໄດ້ໄປຮ່ວມ ເພື່ອມາອັບເດດໃຫ້ແຟນໆໄດ້ຕິດຕາມ…

ເຊິ່ງງານນີ້ເປັນງານທີ່ຍິ່ງໃຫ່ຍອີກງານໜື່ງເລີຍກໍວ່າໄດ້ ເປັນງານທີ່ລວມເຫຼົ່າຄົນດັງທົ່ວວົງການບັນເທີງໄທ ແລະ ຍັງມີສີລະປີນ ດາຣາ ນັກຮ້ອງ ນັກສະແດງ ນາງແບບ ນາຍແບບ ຈາກລາວຮ່ວມເດີນແບບໃນງານນີ້ນຳອີກດ້ວຍ.

ຮູບພາບ: Pitadar Lingling Inthavong

ແບ່ງປັນ